ສິງກະໂປ ສືບຕໍ່ການຮ່ວມມືກັບລາວ ໃນດ້ານຊັບສິນທາງປັນຍາ ເພື່ອສົ່ງເສີມການຂະຫຍາຍຕົວດ້ານນະວັດຕະກຳຂອງອາຊຽນ

(ຂປລ) ບັນດາວິສາຫະກິດໃນອາຊຽນ ຈະໄດ້ຮັັບຜົນປະໂຫຍດຈາກການຮ່ວມມືທາງດ້ານຊັບສິນທາງປັນຍາ ທີ່ມີການເຊັນຕົກລົງລະຫວ່າງສິງກະໂປ ແລະ ສປປ ລາວ. ເຊິ່ງຈະເຮັດໃຫ້ວິສາຫະກິດດ້ານນະວັດຕະກຳ ສາມາດເຂົ້າເຖິງຕະຫຼາດຂອງສອງປະເທດ ເຊິ່ງມີປະຊາກອນລວມກັນ 12.5 ລ້ານຄົນ ໄດ້ໄວຍິ່ງຂຶ້ນ.

ບົດບັນທຶກການຕົກລົງ ໄດ້ມີການລົງນາມໃນວັນທີ 27 ພະຈິກນີ້ ໂດຍທ່ານ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເທັກໂນໂນຢີຂອງລາວ ແລະ ທ່ານ ດາເຣັນ ຕັງ ຫົວໜ້າຫ້ອງການຊັບສິນທາງປັນຍາຂອງສິງກະໂປ ໃນກອງປະຊຸມຍ່ອຍຫົວໜ້າຫ້ອງການຄຸ້ມຄອງຊັບສິນທາງປັນຍາ ອາຊຽນ-ເກົາຫຼີ ຄັ້ງທີ 2 ທີ່ນະຄອນຫຼວງໂຊນ, ເກົາຫຼີ.

ອ່ານຕໍ່…

ໂຕະຂ່າວ ຂປລ