ແຂວງເຊກອງ ເປີດໂຮງຮຽນມັດທະຍົມແຫ່ງໃໝ່

ເດັກນ້ອຍນັກຮຽນ ເມືອງດັກຈຶ້ງ ແຂວງເຊກອງ ໄດ້ຮັບໂຮງຮຽນມັດທະຍົມແຫ່ງໃໝ່, ມູນຄ່າການກໍ່ສ້າງ 9 ຕື້ກີບ (US$1 ລ້ານໂດລາ) ພາຍໃຕ້ທຶນຊ່ວຍເຫຼືອລ້າ ຈາກລັດຖະບານຫວຽດນາມ.

ໂຮງຮຽນ ບ້ານໂນນສະຫວັນ ດັ່ງກ່າວ ໄດ້ມີການມອບຮັບຢ່າງເປັນທາງການ ໃຫ້ແກ່ອຳນາດການປົກຄອງ ໃນອາທິດແລ້ວນີ້.

ເຂົ້າຮ່ວມໃນພິທີມອບຮັບດັ່ງກ່າວມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ແລະ ຮອງຫົວໜ້າຫ້ອງວ່າການທຳນຽບປະທານປະເທດ, ​ທ່ານ ຮສ.ປອ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ທ່ານ ຫງວຽນ ປາ ຮຸງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ.

ໂຮງຮຽນຂະໜາດສອງຊັ້ນດັ່ງກ່າວ ປະກອບດ້ວຍຫົກຫ້ອງຮຽນ, ສີ່ຫ້ອງທົດລອງ, ສອງຫ້ອງຄັອມພິວເຕີ, ຫ້ອງພັກຄູ, ຫ້ອງສະໝຸດ, ຫ້ອງປະຊຸມ, ແລະ ສອງຫ້ອງສາງ ພ້ອມດ້ວຍຫ້ອງນ້ຳ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ອ່ານຕໍ່…

ພົມພົງ ເຫຼົາອິນ