ໂຮງຮຽນທາງພາກໃຕ້ຫຼາຍຮ້ອຍແຫ່ງ ຕ້ອງຢຸດການຮຽນການສອນ ເນື່ອງຈາກໄພນ້ຳຖ້ວມ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງຮຽນທາງພາກໃຕ້ຂອງລາວຫຼາຍແຫ່ງ ຕ້ອງຢຸດການຮຽນການສອນຊົ່ວຄາວ ເນື່ອງຈາກນ້ຳຖ້ວມເຊິ່ງເປັນຜົນຈາກພະຍຸເຂດຮ້ອນໂພດູ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ກໍຄືອາຄານຫ້ອງຮຽນ.

ເດັກນ້ອຍນັກຮຽນຫຼາຍຄົນຍັງຄົງລໍຖ້າເຂົ້າໂຮງຮຽນ ໃນຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນກຳລັງເລັ່ງມືໃນການສ້ອມແປງອາຄານຮຽນທີ່ໄດ້ຮັບຜົນກະທົບ ແລະ ຈັດຫາອຸປະກອນການສຶກສາຊຸດໃໝ່.

ແຂວງສາລະວັນແມ່ນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບໜັກສຸດ ມີໂຮງຮຽນທີ່ປະສົບໄພນ້ຳຖ້ວມ 194 ແຫ່ງຢູ່ເມືອງສາລະວັນ, ວາປີ ແລະ ຄົງເຊໂດນ ໃນຊ່ວງວັນທີ 2-6 ກັນຍານີ້, ເຊິ່ງເປັນອາທິດທຳອິດຂອງການເປີດສົກຮຽນໃໝ່ໃນທົ່ວປະເທດ.

ອ່ານຕໍ່…

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/hundreds-southern-schools-closed-after-widespread-flooding-103964