ລັດຖະບານສຸມໃສ່ການປະຕິຮູບການສຶກສາ ເພື່ອລຶບລ້າງຄວາມບໍ່ຮູ້ໜັງສື

ລັດຖະບານສຸມໃສ່ຍົກລະດັບການເຂົ້າຮຽນຊັ້ນປະຖົມລະດັບສູງ ແລະ ຊັ້ນມັດທະຍົມຕົ້ນ ເພື່ອແນໃສ່ລົບລ້າງການກືກໜັງສື, ຕາມເຈົ້າໜ້າທີ່ການນຳ. 

ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປີດເຜີຍກ່ຽວກັບເຈດຈຳນົງຂອງລັດຖະບານໃນການລົບລ້າງການກືກໜັງສື ເນື່ອງໃນໂອກາດວັນຮູ້ໜັງສືສາກົນ ຄົບຮອບ 45 ປີ ໃນວັນເສົາວັນທີ 8 ກັນຍາຜ່ານມານີ້.

ທ່ານໄດ້ກ່າວວ່າ ລັດຖະບານໄດ້ເອົາໃຈໃສ່ສົ່ງເສີມນັກຮຽນທີ່ຮຽນຈົບຊັ້ນປະຖົມ ໃຫ້ສືບຕໍ່ເຂົ້າຮຽນຊັ້ນມັດທະຍົມຕົ້ນ ເພື່ອແນ່ໃສ່ເປົ້າໝາຍໃຫ້ປະຊາຊົນລາວທຸກຄົນທີ່ມີອາຍຸລະຫວ່າງ 15-35 ປີ ໃຫ້ສຳເລັດການສຶກສາທຽບເທົ່າຊັ້ນມັດທະຍົມຕົ້ນ ພາຍໃນປີ 2020.

ອ່ານຕໍ່…

ພົມພົງ ເຫຼົາອິນ