ໂຮງຮຽນມັດທະຍົມຫຼັງໃໝ່ຂອງແຂວງຊຽງຂວາງ ສຳເລັດການກໍ່ສ້າງກວ່າ 70 ສ່ວນຮ້ອຍ

ການກໍ່ສ້າງໂຮງຮຽນມັດທະຍົມໂພນສະຫວັນໃໝ່ຢູ່ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ປະຈຸບັນແມ່ນສຳເລັດແລ້ວ 70 ສ່ວນຮ້ອຍ ແລະ ອຳນາດການປົກຄອງຄາດວ່າໂຄງການດັ່ງກ່າວຈະສຳເລັດໃນຕົ້ນປີໜ້າ.

ທ່ານ ສີໂນ ບຸນປະເສີດ ພະນັກງານໂຄງການໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ “ຜູ້ຮັບເໝົາໂຄງການກຳລັງເລັ່ງໜ້າວຽກກໍ່ສ້າງ, ໂດຍສະເພາະແມ່ນໃນຕົວອາຄານ ແລະ ພາກສ່ວນຫຼັງຄາ.”

“ໂຄງການດັ່ງກ່າວໃນປະຈຸບັນແມ່ນສຳເລັດແລ້ວ 70-80 ສ່ວນຮ້ອຍ. ເຊິ່ງພວກເຮົາຄາດວ່າຈະໃຫ້ສຳເລັດພາຍໃນເດືອນມີນາປີໜ້າ.”

ອ່ານຕໍ່…

ພົມພົງ ເຫຼົາອິນ