ການສຶກສາ ແລະ ການຝຶກອົບຮົມ

ການສຶກສາວິຊາຊີບ

ສະວິດເຊີແລນ ເສີມຂະຫຍາຍໂອກາດໃນການມີວຽກເຮັດງານທຳ ສຳລັບຜູ້ດ້ອຍໂອກາດໃນປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສະວິດເຊີແລນ ໄດ້ສະໜອງງົບປະມານມູນຄ່າ US$8.6 ລ້ານໂດລາ ເພື່ອຊ່ວຍເຫຼືອໃນການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການປະກອບອາຊີບ ສຳລັບກຸ່ມຜູ້ດ້ອຍໂອກາດໃນລາວ.ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຊອງ-ຝຼັ່ງຊົວ ເຊີນອດ ອຳນວຍການປະຈຳພາກພື້ນ ຂອງອົງການເພື່ອການພັດທະນາ ແລະ ການຮ່ວມມືສະວິດ (SDC) ໄດ້ຮ່ວມລົງນາມໃນຂໍ້ຕົກລົງໃນວັນສຸກແລ້ວນີ້ ເພື່ອສະໜັບສະໜູນການສຶກສາວິຊາຊີບ ແລະ ປັບປຸງໂອກາດໃນການປະກອບອາຊີບ ສຳລັບກຸ່ມຜູ້ດ້ອຍໂອກາດໃນທ້ອງຖິ່ນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ບໍລິສັດໄຟຟ້ານ້ຳເທີນ 2 ຕົກລົງສະໜັບສະໜູນການພັດທະນາທັກສະແບບຍືນຍົງ ຢູ່ແຂວງຄຳມ່ວນ

ວິທະຍາໄລວິຊາຊີບແຂວງຄຳມ່ວນ ແລະ ບໍລິສັດໄຟຟ້ານ້ຳເມີນ 2 ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືສະບັບໃໝ່ ກ່ຽວກັບການພັດທະນາທັກສະໃນທ້ອງຖິ່ນແບບຍືນຍົງ ສຳລັບຂະແໜງພະລັງງານໄຟຟ້ານ້ຳຕົກ.ຂໍ້ຕົກລົງການຮ່ວມມືດັ່ງກ່າວ ໄດ້ມີການລົງນາມໃນອາທິດແລ້ວນີ້, ພາຍຫຼັງສິ້ນສຸດການຈັດຕັ້ງປະຕິບັດແຜນດຳເນີນງານ ຕາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການພັດທະນາຊັບພະຍາກອນມະນຸດໄປສູ່ແຮງງານ ໃນເດືອນຕຸລາປີນີ້.ຂໍ້ຕົກລົງດັ່ງກ່າວ ໄດ້ມີການລົງນາມໂດຍທ່ານ ວຽງສະຫວັນ ພັດທະວົງ ອຳນວຍການໂຮງຮຽນວິທະຍາໄລວິຊາຊີບ ແຂວງຄຳມ່ວນ ແລະ ທ່ານນາງ ຄໍຣີນ ອາເລຣາ ຫົວໜ້າບໍລິຫານບໍລິສັດນ້ຳເທີນ 2, ພາຍໃຕ້ການເຂົ້າຮ່ວມຂອງຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ, ບໍລິສັດນ້ຳເທີນ 2, ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາຈາກວິທະຍາໄລດັ່ງກ່າວ.  ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ສູນຝຶກອົບຮົມແຫ່ງໃໝ່ເພື່ອສົ່ງເສີມການທ່ອງທ່ຽວວັງວຽງ

ເມືອງວັງວຽງ, ແຂວງວຽງຈັນ: — ສູນຝຶກອົບຮົມດ້ານການທ່ອງທ່ຽວ ແລະ ການບໍລິການແຫ່ງໃໝ່ຈະເປີດຫຼັກສູດການສຶກສາວິຊາຊີບຍົກລະດັບໃນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ.ພິທີວາງສິລາເລີກການກໍ່ສ້າງສູນຝຶກອົບຮົມແຫ່ງໃໝ່ ໄດ້ມີຂຶ້ນທີ່ເດີ່ນວິທະຍາໄລວິຊາຊີບເມືອງວັງວຽງແຂວງວຽງຈັນວານນີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ເປີດໂຮງຮຽນເຕັກນິກ-ວິຊາຊີບແຂວງບໍລິຄຳໄຊທີ່ສຳເລັດການບູລະນະ

ພິທີມອບຮັບໂຮງຮຽນເຕັກນິກ-ວິຊາຊີບແຂວງບໍລິຄຳໄຊທີ່ໄດ້ສຳເລັດການບູລະນະສ້ອມແປງໄດ້ມີຂຶ້ນໃນທ້າຍເດືອນຜ່ານມາ.ການບູລະນະດັ່ງກ່າວແມ່ນນຳໃຊ້ທຶນເກືອບ 1.3 ລ້ານຢູໂຣເຂົ້າໃນການສ້າງຄວາມທັນສະໄໝ ແລະ ຂະຫຍາຍອາຄານຮຽນ ແລະ ການສະໜອງອຸປະກອນຕ່າງໆ. ພາຍໃຕ້ທຶນການຊ່ວຍເຫຼືອຂອງໂຄງການ VELA-FC  (ການສົ່ງເສີມການສຶກສາວິຊາຊີບໃນລາວ) ມີໂຮງຮຽນວິຊາຊີບສອງແຂວງຄື ບໍ່ແກ້ວ ແລະ ບໍລິຄຳໄຊ ແລະ ສະຖາບັນພັດທະນາການສຶກສາວິຊາຊີບວຽງຈັນ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ພິທີວາງສິລາເລີກໃນການກໍ່ສ້າງວິທະຍາເຂດວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ

ການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງໄດ້ເລີ່ມລົງມືແລ້ວ ທີ່ນະຄອນວຽງຈັນ ເຊິ່ງຈະຊ່ວຍເພີ່ມປະລິມານນັກສຶກສາໃນການຮ່ຳຮຽນຫຼັກສູດວິຊາສະເພາະທີ່ສາມາດນຳໃຊ້ໃນການປະກອບອາຊີບ ເຊັ່ນການປະຕິບັດການດ້ານກົນຈັກ.ການກໍ່ສ້າງວິທະຍາເຂດວິທະຍາໄລດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານລາວ ແລະ ເຢຍລະມັນ ແລະ ຈະເພີ່ມທາງເລືອກສຳລັບນັກສຶກສາທີ່ຮຽນຈົບຊັ້ນມັດທະຍົມ ທີ່ຕ້ອງການຮ່ຳຮຽນໃນຂະແໜງວິຊາຊີບ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ເຢຍລະມັນຊ່ວຍເຫຼືອໂຮງຮຽນການຊ່າງແຫ່ງໃໝ່ 1 ລ້ານຢູໂຣ

ລັດຖະບານເຢຍລະມັນຈະໃຫ້ການຊ່ວຍເຫຼືອລາວ ໂດຍການສະໜັບສະໜູນທຶນຮອນເຄິ່ງໜຶ່ງໃນການກໍ່ສ້າງວິທະຍາໄລການຊ່າງລາວ-ເຢຍລະມັນແຫ່ງທີ່ສອງ ເຊິ່ງມີມູນຄ່າ 2 ລ້ານຢູໂຣ ໃນນະຄອນວຽງຈັນ.  ໂຄງການກໍ່ສ້າງດັ່ງກ່າວຄາດວ່າຈະເລີ່ມລົງມືໃນທ້າຍປີນີ້, ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເລືອກເຟັ້ນສະຖານທີ່ທີ່ເດີ່ນໂຮງຮຽນປະຖົມ ບ້ານຊຽງດາ ເມືອງໄຊເສດຖາ ເຊິ່ງຕັ້ງຢູ່ແຄມທາງເບຕົງເສັ້ນໃໝ່ໄປສະຖານນີລົດໄຟ ລາວ-ໄທ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ບໍລິສັດໄຟຟ້າຫົງສາສົ່ງເສີມການພັດທະນານັກສຶກສາຊັບພະວິຊາລາວ

(ຂປລ) ບໍລິສັດໄຟຟ້າຫົງສາ ເຈົ້າຂອງໂຮງງານໄຟຟ້າພະລັງຖ່ານຫີນຂະໜາດ 1,878-ເມກາວັດ ທີ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບວິທະຍາໄລສັບພະວິຊາ ເພື່ອຊ່ວຍເຫຼືອການຝຶກອົບຮົມນັກສຶກສາ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

hJfFD
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!