ບໍລິສັດໄຟຟ້ານ້ຳເທີນ 2 ຕົກລົງສະໜັບສະໜູນການພັດທະນາທັກສະແບບຍືນຍົງ ຢູ່ແຂວງຄຳມ່ວນ

ວິທະຍາໄລວິຊາຊີບແຂວງຄຳມ່ວນ ແລະ ບໍລິສັດໄຟຟ້ານ້ຳເມີນ 2 ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືສະບັບໃໝ່ ກ່ຽວກັບການພັດທະນາທັກສະໃນທ້ອງຖິ່ນແບບຍືນຍົງ ສຳລັບຂະແໜງພະລັງງານໄຟຟ້ານ້ຳຕົກ.

ຂໍ້ຕົກລົງການຮ່ວມມືດັ່ງກ່າວ ໄດ້ມີການລົງນາມໃນອາທິດແລ້ວນີ້, ພາຍຫຼັງສິ້ນສຸດການຈັດຕັ້ງປະຕິບັດແຜນດຳເນີນງານ ຕາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການພັດທະນາຊັບພະຍາກອນມະນຸດໄປສູ່ແຮງງານ ໃນເດືອນຕຸລາປີນີ້.

ຂໍ້ຕົກລົງດັ່ງກ່າວ ໄດ້ມີການລົງນາມໂດຍທ່ານ ວຽງສະຫວັນ ພັດທະວົງ ອຳນວຍການໂຮງຮຽນວິທະຍາໄລວິຊາຊີບ ແຂວງຄຳມ່ວນ ແລະ ທ່ານນາງ ຄໍຣີນ ອາເລຣາ ຫົວໜ້າບໍລິຫານບໍລິສັດນ້ຳເທີນ 2, ພາຍໃຕ້ການເຂົ້າຮ່ວມຂອງຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ, ບໍລິສັດນ້ຳເທີນ 2, ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາຈາກວິທະຍາໄລດັ່ງກ່າວ.  

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌