ການຊ່ວຍເຫຼືອ ແລະ ການພັດທະນາ

ນະໂຍບາຍ ແລະ ການຄຸ້ມຄອງດ້ານການພັດທະນາ

ຂີ້ເຫຍື້ອພລາສຕິກ ເຮັດໃຫ້ເກີດຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ, ສຸຂະພາບ ແລະ ເສດຖະກິດໃນລາວ

ເກືອບໜຶ່ງສ່ວນສີ່ຂອງປະລິມານຂີ້ເຫຍື້ອທີ່ພົບເຫັນຢູ່ໃນເມືອງລາວແມ່ນເປັນປລາສຕິກ. ປະຈຸບັນນີ້ ຂີ້ເຫຍື້ອພລາສຕິກຖືກພົບເຫັນຢູ່ທົ່ວທຸກແຫ່ງໃນສະພາບແວດລ້ອມຂອງລາວ, ສົ່ງຜົນກະທົບຕໍ່ການຫາປາ, ຕັນທໍ່ລະບາຍນ້ຳ, ເຮັດໃຫ້ເກີດມົນລະພິດທາງອາກາດ, ແລະ ສ້າງຄວາມເສຍຫາຍຕໍ່ແຫຼ່ງທ່ອງທ່ຽວ. ແຜນການດັ່ງກ່າວພິຈາລະນາຮູບແບບວິທີການ “ເສດຖະກິດໝູນວຽນ” ເພື່ອຊ່ວຍບັນລຸຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ 2030 ຂອງລັດຖະບານ. ສີ່ມາດຕະການເພື່ອຊ່ວຍຫຼຸດຜ່ອນມົນລະພິດພາດສະຕິກແລະ ການບໍລິໂພກຄື: ການປ່ຽນແປງກົດລະບຽບໂດຍຊຸກຍູ້ໃຫ້ມີພາກບັງຄັບ, ສ້າງແຮງຈູງໃຈທາງເສດຖະກິດ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ການປູກຈິດສໍານຶກ ແລະ ວິທີການສະຫມັກໃຈ ແລະ ສ້າງຮູບແບບຂໍ້ຕົກລົງເປັນຕົ້ນ.ອ່ານເພິ່ມເຕີມ ...

ລັດສະໝີ ພອນວິໄລ

ລັດຖະບານຊຸກຍູ້ແຜນພັດທະນາປີ 2020

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ໄດ້ຈັດຕັ້ງກອງປະຊຸມພິເສດ ເພື່ອສ້າງພື້ນຖານໃນບັນດາອົງການຈັດຕັ້ງຂອງລັດ ກ່ຽວກັບວິທີເພື່ອຮັບປະກັນການຈັດຕັ້ງປະຕິບັດ ແຜນພັດທະນາແຫ່ງຊາດປີ 2020.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນປະທານ ໃນພິທີເປີດກອງປະຊຸມໄລຍະສອງວັນຂອງລັດຖະບານ ເຊິ່ງຈະອັດລົງໃນມື້ນີ້ ທີ່ຫໍປະຊຸມແຫ່ງຊາດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ກະຊວງແຜນການ ທົບທວນແຜນງານພັດທະນາເສດຖະກິດ-ສັງຄົມ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນ ສະຫຼຸບພາລະກິດການຈັດຕັ້ງວາລະການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສຳລັບປີນີ້ ແລະ ຫັນທິດສຸມໃສ່ການປະຕິບັດ ແຜນການສຳລັບປີ 2020.ກອງປະຊຸມທົບທວນຂະແໜງແຜນການ ແລະ ການລົງທຶນ ໄດ້ຈັດຂຶ້ນວານນີ້ ທີ່ນະຄອນວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ ສອນໄຊ ສີພັນດອນ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຮ່ວມປະຊຸມທີ່ນະຄອນວຽງຈັນ ເພື່ອຜັນຂະຫຍາຍວາລະການພັດທະນາຊຸມຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າຈາກບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຮ່ວມກັນສົ່ງເສີມຄວາມເຂົ້າໃຈ ແລະ ແລກປ່ຽນປະສົບການ ແລະ ວິທີການການປະຕິບັດ ໃນກອງປະຊຸມສຳມະນາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງວ່າດ້ວຍການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນ ທີ່ນະຄອນຫຼວງວຽງຈັນ ໃນວັນສຸກແລ້ວນີ້.ວິທີການປະຕິບັດ ແມ່ນແນໃສ່ເສີມຂະຫຍາຍການຮ່ວມມື ໃນຂົງເຂດການພັດທະນາພາຍໃຕ້ການຂັບເຄື່ອນຂອງຊຸມຊົນ ເຊິ່ງເປັນຮູບແບບທີ່ມີປະສິດທິພາບໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ແຜນການ ຫາລືເນື້ອໃນຖະແຫຼງການວຽງຈັນ

ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຖັນແຖວການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມແລກປ່ຽນຄວາມຄິດເຫັນກ່ອນການຫາລືຢ່າງເປັນທາງການ ເພື່ອຫາລືກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການວຽງຈັນ ວ່າດ້ວຍການຮ່ວມງານ ເພື່ອການຮ່ວມມືດ້ານການພັດທະນາທີ່ມີປະສິດທິພາບ.ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເພື່ອຊຸກຍູ້ໃຫ້ອຳນາດການປົກຄອງທຸກຂັ້ນ ມີສ່ວນຮ່ວມໃນການແລກປ່ຽນແນວຄິດກ່ຽວກັບເນື້ອໃນ ເພື່ອຮັບປະກັນປະສິດທິພາບໃນການຈັດຕັ້ງ, ການຕິດຕາມ ແລະ ການລາຍງານ ແຜນດຳເນີນງານຖະແຫຼງການວຽງຈັນ (VDCAP) 2016-2025.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ນາຍົກລວມສູນການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກດຳລັດໃໝ່ ເພື່ອແນໃສ່ລວມສູນການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA).ທ່ານ ທອງລຸນ ໄດ້ລົງນາມຮັບຮອງເອົາດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ໃນວັນທີ 9 ຕຸລາ. ເຊິ່ງໄດ້ມີການລົງເຜີຍແຜ່ໃນເວັບໄຊຈົດໝາຍວຽນທາງລັດຖະການຂອງກະຊວງຍຸດຕິທຳ ໃນວັນທີ 25 ຕຸລາ.ອີງຕາມດຳລັດສະບັບດັ່ງກ່າວ ເຊິ່ງສາມາດເບິ່ງໄດ້ທາງເວັບໄຊ, ອົງການຈັດຕັ້ງທີ່ສາມາດອະນຸມັດການຮັບຮອງເອົາການຊ່ວຍເຫຼືອທາງການເພື່ອການພັດທະນາ ລວມມີ ລັດຖະບານ, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງການຕ່າງປະເທດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ກະຊວງແຜນການ ຈັດກອງປະຊຸມຫາລືກ່ຽວກັບຍຸດທະສາດ, ສິ່ງທ້າທາຍດ້ານການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຄວາມພະຍາຍາມໃນການເສີມຂະຫຍາຍການຮ່ວມມື ເພື່ອຮັບມືກັບສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລັດຖະບານເຖິງປີ 2020.ຕາງໜ້າຈາກກະຊວງ ແລະ ອຳນາດການປົກຄອງທີ່ກ່ຽວຂ້ອງ ໄດ້ປະຊຸມທີ່ນະຄອນຫຼວງວຽງຈັນໃນວັນພະຫັດແລ້ວນີ້ ເພື່ອທົບທວນການຈັດຕັ້ງປະຕິບັດ ຕົວຊີ້ວັດດ້ານການພັດທະນາ ສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສົກປີ 2018-2019 ທີ່ຜ່ານການອະນຸມັດໂດຍສະພາແຫ່ງຊາດ ໃນວັນທີ 28 ພະຈິກ 2018.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/planning-ministry-confers-development-strategy-challenges-106219

ລາວ, ເກົາຫຼີຮ່ວມກັນສ້າງສູນພັດທະນາບ້ານຊຸມຊົນ

ຊາວຊົນນະບົດໃນນະຄອນຫຼວງວຽງຈັນມີສູນພັດທະນາຊຸມຊົນແຊມູນແຫ່ງໃໝ່ ພາຍຫຼັງພິທີມອບຮັບອາຄານສູນທີ່ບ້ານໝາກຄ້ຽວ ເມືອງປາກງື່ມ ໃນວັນຈັນຜ່ານມາ.ສູນດັ່ງກ່າວແມ່ນສ້າງຂຶ້ນພາຍໃຕ້ການຮ່ວມມືລະຫວ່າງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ມູນນິທິແຊມູນໂລກແຫ່ງປະເທດເກົາຫຼີ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ແຂວງວຽງຈັນເຕືອນຈະຍົກເລີກໃບອະນຸຍາດສຳລັບໂຄງການທີ່ບໍ່ມີການເຄື່ອນໄຫວ

ວຽງຈັນ (ວຽງຈັນທາມສ໌/ANN) – ອຳນາດການປົກຄອງແຂວງວຽງຈັນໄດ້ແຈ້ງເຕືອນວ່າ ຈະເພີກຖອນໃບອະນຸຍາດສຳລັບນັກລົງທຶນທີ່ບໍ່ດຳເນີນກິດຈະກຳການພັດທະນາໃດໆໃນໂຄງການສຳປະທານຂອງຕົນ.ກ່າວໂອ້ລົມໃນໂອກາດເຂົ້າຮັບຕຳແໜ່ງໃໝ່, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນໄດ້ເຜີຍຕໍ່ສື່ມວນຊົນວ່າ ອຳນາດການປົກຄອງຈະດຳເນີນການກວດກາໂຄງການພັດທະນາ 92 ໂຄງການທີ່ທາງແຂວງໄດ້ມີການເຊັນສັນຍາສຳປະທານ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/vientiane-province-warns-it-will-rescind-licences-inactive-projects-102809

ການຂະຫຍາຍຕົວດ້ານເສດຖະກິດຂອງລາວຍັງຄົງອີງໃສ່ການພັດທະນາພື້ນຖານໂຄງລ່າງ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂະຫຍາຍຕົວດ້ານເສດຖະກິດຂອງລາວຈະສືບຕໍ່ຂັບເຄື່ອນໂດຍໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ແລະ ການປະຕິບັດການຂອງໂຮງງານໄຟຟ້າໃນໄລຍະສັ້ນ ແລະ ໄລຍະກາງ.ຫຼ້າສຸດ ທະນາຄານໂລກໄດ້ປະເມີນວ່າການຂະຫຍາຍຕົວໃນຂະແໜງການກໍ່ສ້າງ ແລະ ການບໍລິການຂອງລາວຍັງຄົງເຂັ້ມແຂງໃນໄລຍະສັ້ນ ແລະ ໄລຍະກາງ ເນື່ອງຈາກການລົງທຶນຢ່າງຕໍ່ເນື່ອງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/lao-growth-remains-reliant-infrastructure-development-102626

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

suAVY
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!