ນາຍົກລວມສູນການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກດຳລັດໃໝ່ ເພື່ອແນໃສ່ລວມສູນການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA).

ທ່ານ ທອງລຸນ ໄດ້ລົງນາມຮັບຮອງເອົາດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການຊ່ວຍເຫຼືອທາງການເພື່ອການພັດທະນາ ໃນວັນທີ 9 ຕຸລາ. ເຊິ່ງໄດ້ມີການລົງເຜີຍແຜ່ໃນເວັບໄຊຈົດໝາຍວຽນທາງລັດຖະການຂອງກະຊວງຍຸດຕິທຳ ໃນວັນທີ 25 ຕຸລາ.

ອີງຕາມດຳລັດສະບັບດັ່ງກ່າວ ເຊິ່ງສາມາດເບິ່ງໄດ້ທາງເວັບໄຊ, ອົງການຈັດຕັ້ງທີ່ສາມາດອະນຸມັດການຮັບຮອງເອົາການຊ່ວຍເຫຼືອທາງການເພື່ອການພັດທະນາ ລວມມີ ລັດຖະບານ, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງການຕ່າງປະເທດ.

ອ່ານຕໍ່…

ເອກະພອນ ພູທອນສີ