News
ຂີ້ເຫຍື້ອພລາສຕິກ ເຮັດໃຫ້ເກີດຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ, ສຸຂະພາບ ແລະ ເສດຖະກິດໃນລາວ
ເກືອບໜຶ່ງສ່ວນສີ່ຂອງປະລິມານຂີ້ເຫຍື້ອທີ່ພົບເຫັນຢູ່ໃນເມືອງລາວແມ່ນເປັນປລາສຕິກ. ປະຈຸບັນນີ້ ຂີ້ເຫຍື້ອພລາສຕິກຖືກພົບເຫັນຢູ່ທົ່ວທຸກແຫ່ງໃນສະພາບແວດລ້ອມຂອງລາວ, ສົ່ງຜົນກະທົບຕໍ່ການຫາປາ, ຕັນທໍ່ລະບາຍນ້ຳ, ເຮັດໃຫ້ເກີດມົນລະພິດທາງອາກາດ, ແລະ ສ້າງຄວາມເສຍຫາຍຕໍ່ແຫຼ່ງທ່ອງທ່ຽວ. ແຜນການດັ່ງກ່າວພິຈາລະນາຮູບແບບວິທີການ “ເສດຖະກິດໝູນວຽນ” ເພື່ອຊ່ວຍບັນລຸຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ 2030 ຂອງລັດຖະບານ. ສີ່ມາດຕະການເພື່ອຊ່ວຍຫຼຸດຜ່ອນມົນລະພິດພາດສະຕິກແລະ ການບໍລິໂພກຄື: ການປ່ຽນແປງກົດລະບຽບໂດຍຊຸກຍູ້ໃຫ້ມີພາກບັງຄັບ, ສ້າງແຮງຈູງໃຈທາງເສດຖະກິດ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ການປູກຈິດສໍານຶກ ແລະ ວິທີການສະຫມັກໃຈ ແລະ ສ້າງຮູບແບບຂໍ້ຕົກລົງເປັນຕົ້ນ.ອ່ານເພິ່ມເຕີມ ...
ລັດສະໝີ ພອນວິໄລ
ການຄຸ້ມຄອງຂີ້ເຫຍື້ອຍັງຄົງເປັນບັນຫາທ້າທາຍສຳລັບໂຮງໝໍໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການຄຸ້ມຄອງຂີ້ເຫຍື້ອໃນໂຮງໝໍຍັງຄົງເປັນເລື່ອງທ້າທາຍ ເນື່ອງຈາກວ່າສະຖານພະຍາບານໃນລາວສ່ວນໃຫຍ່ບໍ່ມີລະບົບການກຳຈັດຂີ້ເຫຍື້ອທີ່ສອດຄ່ອງຕາມມາດຕະຖານຄວາມສະອາດສາກົນ.ທ່ານ ດຣ ວຽງສະຫວັນ ສອນສິມໄຊ, ການນຳຈາກກົມປິ່ນປົວ ແລະ ຟື້ນຟູສຸຂະພາບຂອງກະຊວງສາທາລະນະສຸກ ຍອມຮັບວ່າໃນໄລຍະທີ່ຜ່ານມາ ບັນດາໂຮງໝໍຍັງບໍ່ມີລະບົບການບຳບັດຂີ້ເຫຍື້ອ. ບັນດາໂຮງໝໍຍັງຂາດແຄນອຸປະກອນ ແລະ ພື້ນຖານໂຄງລ່າງໃນການຄວບຄຸມການບຳບັດຂື້ເຫຍື້ອ ແລະ ການບຳບັດຍັງຄົງປະຕິບັດຢ່າງບໍ່ເປັນທາງການໂດຍພະນັກງານອະນາໄມ ແລະ ບຸກຄົນພາຍນອກ.ອ່ານຕໍ່ ...
ໂຕະຂ່າວ