ການຊ່ວຍເຫຼືອ ແລະ ການພັດທະນາ

ນະໂຍບາຍ ແລະ ການຄຸ້ມຄອງດ້ານການພັດທະນາ

ກອງປະຊຸມຢູ່ວຽງຈັນແນໃສ່ການສ້າງຄວາມສະຫຼາດໃນການພັດທະນາແຂວງ

ຜູ້ຕາງຈາກບັນດາຄູ່ຮ່ວມພັດທະນາ ແລະ ຖັນແຖວກົມກອງຂອງກະຊວງວິທະຍາສາດ ແລະ ເທັກໂນໂລຢີ ໄດ້ປະຊຸມ​ຢູ່ນະຄອນຫຼວງວຽງຈັນໃນອາທິດແລ້ວນີ້ ເພື່ອເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບການພັດທະນາແຂວງແບບສະຫຼາດ.ການພັດທະນາແຂວງແບບສະຫຼາດແມ່ນນະໂຍບາຍການພັດທະນາຊຸມຊົນອັນໜຶ່ງ ທີ່ສຸມໃສ່ລະບົບການພັດທະນາໂດຍນຳໃຊ້ວິທະຍາສາດ ແລະ ເທັກໂນໂລຢີ ເຊັ່ນ ການຮັກສາສິ່ງແວດລ້ອມ, ເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ການພັດທະນາພື້ນຖານໂຄງລ່າງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວຈະຮັກສາພູພຽງບໍລະເວນໃຫ້ເປັນເຂດພັດທະນາສີຂຽວ

ວຽງຈັນ (ວຽງຈັນທາມສ໌) – ລັດຖະບານມີແຜນຮັບປະກັນໃຫ້ພູພຽງບໍລະເວນແຂວງຈຳປາສັກທາງພາກໃຕ້ຂອງລາວ ຄົງໄວ້ເຊິ່ງພື້ນທີ່ກະສິກຳສະອາດ ແລະ ຮັກສາມູນເຊື້ອວັດທະນະທຳສີຂຽວ ແລະ ແຫຼ່ງທ່ອງທ່ຽວພາຍໃຕ້ໄພຮຸກຮານຂອງການພັດທະນາ.ຕາມການເປີດເຜີຍຕໍ່ສື່ມວນຊົນຂອງລັດຖະບານໃນວັນພຸດຜ່ານມາ, ກອງປະຊຸມຂອງຄະນະລັດຖະບານພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແນະນຳໃຫ້ສະຖາບັັນຄົ້ນຄວ້າເສດຖະກິດ ເຊິ່ງຮັບຜິດຊອງກ່ຽວກັບແຜນລວມໃນການພັດທະນາພູພຽງບໍລະເວນ, ເພື່ອປັບປຸງຮ່າງແຜນການກ່ອນຍື່ນຄືນຕໍ່ລັດຖະບານ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-preserve-bolaven-plateau-green-development-zone-102508

ລັດຖະບານ, ຂະແໜງເອກະຊົນຮ່ວມມືກ່ຽວກັບການຂະຫຍາຍຕົວສີຂຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຂະແໜງເອກະຊົນໄດ້ປະຊຸມກັນຢູ່ນະຄອນຫຼວງວຽງຈັນວານນີ້ ເພື່ອຫາລືກ່ຽວກັບສິ່ງທ້າທາຍ ແລະ ໂອກາດສຳລັບການມີສ່ວນຮ່ວມຂອງພາກສ່ວນເອກະຊົນໃນການພັດທະນາສີຂຽວ ແລະ ການປ່ຽນແປງຂອງສະພາບອາກາດໃນລາວ.ກອງປະຊຸມດັ່ງກ່າວ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງຂະແໜງເອກະຊົນໃນການປ່ຽນແປງຂອງສະພາບອາກາດ ແລະ ການຂະຫຍາຍຕົວສີຂຽວ” ແມ່ນສ່ວນໜຶ່ງຂອງການສົ່ງເສີມຄວາມສາມາດ ພາຍໃຕ້ໂຄງການພັດທະນາຕົວເມືອງສີຂຽວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/govt-private-sector-collaborate-green-growth-laos-101332

ລາວຈະແກ້ໄຂແປດບັນຫາພົ້ນເດັ່ນທີ່ເປັນອຸປະສັກຕໍ່ການພັດທະນາ

ລັດຖະບານລາວໄດ້ຕົກລົງດຳເນີນບາດກ້າວ ໃນການແກ້ໄຂແປດບັນຫາເພື່ອເດີນໜ້າແຜນການຂັບເຂື່ອນການພັດທະນາປະເທດຊາດ. ບາດກ້າວດັ່ງກ່າວໄດ້ມີການຕົກລົງໃນກອງປະຊຸມໄລຍະສາມວັນລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ທີ່ວຽງຈັນ ເຊິ່ງໄດ້ອັດລົງໃນວັນສຸກແລ້ວນີ້.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-tackles-eight-pressing-issues-spur-development-99323

ນັກວາງນະໂຍບາຍຝຶກອົບຮົມກ່ຽວກັບການປະເມີນຜົນກະທົບໃນການຄຸ້ມຄອງ

ລັດຖະບານໄດ້ຈັດການຝຶກອົບຮົມກ່ຽວກັບການປະເມີນຜົນກະທົບໃນການຄຸ້ມຄອງ (RIA) ສຳລັບນັກວາງນະໂຍບາຍຂັ້ນສູນກາງ ແລະ ແຂວງ. ງານຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 13-15 ມີນາ. ເຊິ່ງມີເປົ້າໝາຍເພື່ອຮັບປະກັນວ່າ ລາວຈະສາມາດພັດທະນາລະບົບການຄຸ້ມຄອງການປະຕິບັດງານທີ່ດີ ເພື່ອປົກປ້ອງຊຸມຊົນ ແລະ ສິ່ງແວດລ້ອມ ແລະ ສົ່ງເສີມການພັດທະນາດ້ານເສດຖະກິດ ແລະ ສັງຄົມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການທົບທວນກອງປະຊຸມໂຕະມົນຫາລືການຈັດຕັ້ງປະຕິບັດຄຳແນະນຳ 2018 ສຳລັບປະເທດລາວ

ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມກັນທີ່ວຽງຈັນ ໃນວັນສຸກຜ່ານມາ ເພື່ອຫາລືລາຍລະອຽດຄຳແນະນຳຈາກກອງປະຊຸມໂຕະມົນປີ 2018 ເພື່ອຜັນຂະຫຍາຍການປະຕິບັດການຕິດຕາມຢ່າງເປັນຮູບປະທຳ.ກອງປະຊຸມທົບທວນປະຈຳປີ ເພື່ອກະກຽມສຳລັບກອງປະຊຸມໂຕະມົນ 2019 ເຊິ່ງໄດ້ມີການຫາລືແນວທາງສູ່ການຈັດຕັ້ງປະຕິບັດກອງປະຊຸມໂຕະມົນ 2019 ເຊິ່ງຈະຈັດຂຶ້ນໃນທ້າຍປີ ມີການເຂົ້າຮ່ວມຂອງທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານປະຈຳອົງການສະຫະປະຊາຊາດ ແລະ ຜູ້ຕາງໜ້າປະຈຳອົງການ UNDP,​ ພ້ອມດ້ວຍຕາງໜ້າຈາກຂະແໜງເອກະຊົນ ແລະ ອົງການຈັດຕັ້ງສັງຄົມສົງເຄາະ.ອ່ານຕໍ່ ...

ບັນນາລັກວຽງຈັນທາມສ໌

ລາວເຜີຍວິໄສທັດການພັດທະນາໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເຜີຍວິໄສທັດການພັດທະນາປະເທດຊຸດໃໝ່ ເຊິ່ງມີແຜນບຸກທະລຸແຕ່ປີ 2021-2025.ຕາມແນວທາງຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 2019 ເຊິ່ງມີການເຜີຍແຜ່ໃນກອງປະຊຸມຂອງຂະແໜງແຜນການ ແລະ ການເງິນທີ່ຜ່ານມາ, ລັດຖະບານໄດ້ເປີດເຜີຍວິໄສທັດການພັດທະນາແຫ່ງຊາດຊຸດໃໝ່.ອ່ານຕໍ່ ...

ເອກະພອນ ພູທອນສີ

ລັດຖະບານກວດສອບບັນດາໂຄງການຂອງວຽງຈັນທີ່ບໍ່ໄດ້ຮັບການອະນຸມັດ

ຄະນະປົກຄອງນະຄອນວຽງຈັນຮຽກຮ້ອງໃຫ້ລັດຖະບານພິຈາລະນາ ແລະ ສົ່ງເສີມບັນດາໂຄງການພັດທະນາພື້ນຖານໂຄງລ່າງ ທີ່ບໍ່ໄດ້ຮັບການອະນຸມັດໃນໄລຍະຜ່ານມາ ເຊິ່ງມີການນຳສະເໜີນັບແຕ່ປີ 2005 ເປັນຕົ້ນມາ.ໃນຊຸມປີຜ່ານມາ ມີຫຼາຍກົມກອງ ແລະ ແຂວງ ທີ່ດຳເນີນໂຄງການໂດຍບໍ່ໄດ້ຮັບການອະນຸມັດຈາກລັດຖະບານ ຫຼື ສະພາແຫ່ງຊາດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຖ່າຍທອດສົດ: ກອງປະຊຸມໂຕະມົນທົບທວນການພັດທະນາໃນລາວອອກອາກາດທາງ ຢູທູບ (Youtube)

ເສັ້ນທາງອັນຍາວໄກໃນການພັດທະນາເສດຖະກິດສັງຄົມທີ່ເລິກເຊິ່ງເຖິງຖອງ ເພື່ອຜົນປະໂຫຍດຂອງປະຊາຊົນລາວທຸກຖ້ວນໜ້າຜ່ານຜ່າມາໄດ້ອີກໜຶ່ງໄລຍະ ຜ່ານການຈັດກອງປະຊຸມໂຕະມົນປະຈຳປີ 2018 ຂອງບັນດານັກສ້າງນະໂຍບາຍ, ຜູ້ມີສ່ວນຮ່ວມ ແລະ ຄູ່ຮ່ວມພັດທະນາເຊັ່ນອົງການສະຫະປະຊາຊາດ ໃນມື້ວານນີ້ ເຊິ່ງມີການຖ່າຍທອດຜ່ານທາງ ຢູທູບ YouTube.ອ່ານຕໍ່ ...

The Laotian Times

 ລາວ ແລະ ຄູ່ຮ່ວມພັດທະນາສາກົນຫາລືກ່ຽວກັບການຮ່ວມມືດ້ານການພັດທະນາ

ບັນຫາທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ລວມທັງບັນຫາກ່ຽວເນື່ອງອື່ນໆກ່ຽວກັບການຈັດການ ແມ່ນຈຸດຫຼັກໃນການຫາລືລະຫວ່າງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາໃນກອງປະຊຸມໂຕະມົນ ໄລຍະສອງວັນ ທີ່ຈະສືບຕໍ່ໃນມື້ນີ້.ປະທານຮ່ວມໃນກອງປະຊຸມດັ່ງກ່າວມີທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຄາລີນາ ອິມໂມເນັນ ຜູ້ຕາງໜ້າອົງການ ຢູເອັນດີພີ ປະຈຳລາວ.ອ່ານຕໍ່  ...

ສົມໄຊ ແສງດາຣາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

BGNHg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!