Vientiane Times/ANN

ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ຈະດຳເນີນການກວດກາລົດສາມລໍ້ໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ຈະເພີ່ມຄວາມເຂັ້ມງວດໃນການກວດກາລົດສາມລໍ້ໄຟຟ້າ ແລະ ລົດຈັກທີ່ມີການດັດທາງຂ້າງ ໃນນະຄອນຫຼວງວຽງຈັນ ທີ່ມີການສັນຈອນຕາມທ້ອງຖະໜົນໃນຕົວເມືອງແບບບໍ່ຖືກລະບຽບ.ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການຂົນສົ່ງ ພາຍໃຕ້ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ວານນີ້ວ່າ ທາງພະແນກຈະຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດຈໍລະຈອນ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາບັນດາລົດສາມລໍ້ໄຟຟ້າ ແລະ ລົດຈັກດັດຂ້າງ ໃນນະຄອນຫຼວງ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ເຈົ້າໜ້າທີ່ການຕ່າງປະເທດ ຫາລືແຜນການ ພາຍໃຕ້ສະພາບແວດລ້ອມໂລກທີ່ກຳລັງປ່ຽນແປງ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພະຫັດນີ້​ກະຊວງການຕ່າງປະເທດ ໄດ້ເປີດກອງປະຊຸມຄັ້ງທີ 14 ຢ່າງເປັນທາງການ ເພື່ອທົບທວນ ແລະ ອະນຸມັດແຜນການເຮັດວຽກໃໝ່ ເພື່ອຜະເຊີນກັບສະພາບແວດລ້ອມໂລກທີ່ກຳລັງປ່ຽນແປງ.ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເປັນປະທານ ໃນພິທີເປີດກອງປະຊຸມທາງການ ໄລຍະສອງວັນ ທີ່ສູນຝຶກອົບຮົມການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ. ໂດຍມີບັນດາລັດຖະມົນຕີ, ຮອງເຈົ້າແຂວງ, ເອກອັກຄະລັດຖະທູດ, ນັກການທູດລາວທີ່ປະຈຳການຢູ່ຕ່າງປະເທດ ພ້ອມດ້ວຍເຈົ້າໜ້າທີ່ກະຊວງ ເຂົ້າຮ່ວມຊ້ອງໜ້າ.ອ່ານຕໍ່  ...

ໂຕະຂ່າວວຽງຈັນທາມສ໌

ງານວາງສະແດງ ປິດທ້າຍກອງປະຊຸມວິຊາການ ແກະສະຫຼັກແກ່ນໝາຍຄາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພະຫັດແລ້ວນີ້ ສະຖາບັນວິຈິດຕະກຳແຫ່ງຊາດ (NIFA) ໄດ້ຈັດວາງສະແດງແກ່ນໝາກຄາຍແກະສະຫຼັກ ເພື່ອເປັນການປິດທ້າຍກອງປະຊຸມວິຊາການພິເສດ ທີ່ດຳເນີນໂດຍວິທະຍາກອນຈາກຈີນ.ແກ່ນໝາຍຄາຍແກະສະຫຼັກ ມີຄວາມວິຈິດງົດງາມ ແລະ ມີຫຼາຍຮູບຫຼາຍຂະໜາດ ເຊັ່ນ ຮູບພະພຸດທະຮູບ, ດອກໄມ້ ແລະ ສັດຕ່າງໆ.ກິດຈະກຳຝຶກອົບຮົມດັ່ງກ່າວ ເຊິ່ງຈັດຂຶ້ນໂດຍ NIFA ໃນລະຫວ່າງວັນທີ 13-30 ພະຈິກທີ່ຜ່ານມານີ້, ເຊິ່ງມີຄູອາຈານ ແລະ ນັກສຶກສາ 23 ຄົນຈາກກົມແກະສະຫຼັກເຂົ້າຮ່ວມ. ຜູ້ເຂົ້າຮ່ວມໄດ້ຮັບການຝຶກອົບຮົມຈາກ ທ່ານ ຫຼິວ ສີີ ເຊັງ ຜູ້ຊ່ຽວຊານຈີນ ທີ່ມີປະສົບການດ້ານການແກະສະຫຼັກແກ່ນໝາກຄາຍ.ອ່ານຕໍ່ ...

ວິສິດ ເທບພະລັດ

ກະຊວງ ຮຽກຮ້ອງໃຫ້ມີການປະສານງານ ເພື່ອສົ່ງເສີມການໄຫຼເຂົ້າຂອງນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວາງເປົ້າໝາຍເພີ່ມທະວີການປະກອບສ່ວນດ້ານລາຍຮັບ ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໂດຍຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ເປັນຜູ້ສະໜັບສະໜູນຕົ້ນຕໍ.ໂດຍຜ່ານການປະສານງານກັບກະຊວງການຕ່າງປະເທດ, ບັນດາສະຖານທູດ ແລະ ສະຖານກົງສຸນ ຈະຊ່ວຍສະໜອງການຊຸກຍູ້ທີ່ຈຳເປັນ ສຳລັບຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການດຳເນີນພາລະກິດສົ່ງເສີມການທ່ອງທ່ຽວ ແລະ ຍົກສູງບົດບາດຂອງລາວໃນເວທີສາກົນ.ອ່ານຕໍ່ ...

ໂຕະຂ່າວ

ຂະແໜງການລັດ, ເອກະຊົນ ແກ້ໄຂອຸປະສັກໃນການດຳເນີນທຸລະກິດຂອງຍີ່ປຸ່ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຕາງໜ້າຂະແໜງການລັດ ແລະ ເອກະຊົນຈາກລາວ ແລະ ຍີ່ປຸ່ນ ຮ່ວມປະຊຸມຢູ່ນະຄອນວຽງຈັນໃນວັນຈັນນີ້ ເພື່ອຫາລືກ່ຽວກັບການແກ້ໄຂອຸປະສັກຂອງບັນດາບໍລິສັດຍີ່ປຸ່ນ ໃນການດຳເນີນທຸລະກິດໃນລາວ.ກອງປະຊຸມສົນທະນາຮ່ວມຂະແໜງການລັດ ແລະ ເອກະຊົນລາວ-ຍີ່ປຸ່ນ (Lao-Japan PPSJD) ປະຈຳປີ ຄັ້ງທີ 13 ແມ່ນຈັດຂຶ້ນເພື່ອແນໃສ່ສົ່ງເສີມການລົງທຶນຈາກປະເທດດິນແດນອາທິດອຸໄທ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ມະຫາຊົນຮຽກຮ້ອງໃຫ້ຂຶ້ນເງິນເດືອນ ທ່າມກາງອັດຕາເງິນເຟີ້ທີ່ສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ມະຫາຊົນຮຽກຮ້ອງໃຫ້ສະພາແຫ່ງຊາດ ຊຸກຍູ້ໃຫ້ລັດຖະບານເພີ່ມເງິນເດືອນໃຫ້ແກ່ພະນັກງານ ເພື່ອຮອງຮັບຕໍ່ຄ່າຄອງຊີບທີ່ເພີ່ມສູງຂຶ້ນ, ຕາມເຈົ້າໜ້າທີ່ການນຳສະພາແຫ່ງຊາດ.ໃນຕອນທ້າຍຂອງກອງປະຊຸມສະພາໃນວັນສຸກແລ້ວນີ້, ທ່ານນາງ ສວນສະຫວັນ ວິຍະເກດ ຫົວໜ້າເລຂາທິການສະພາແຫ່ງຊາດ ໄດ້ກ່າວວ່າ ສະພາໄດ້ເປີດສາຍດ່ວນ ເພື່ອຮັບຟັງຄຳຄິດເຫັນຈາກມະຫາຊົນ ກ່ຽວກັບບັນຫາທີ່ສະພາແຫ່ງຊາດຄວນເອົາໃຈໃສ່.ຕະຫຼອດໄລຍະຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ແຕ່ວັນທີ 7 ພະຈິກ ເຖິງ 6 ທັນວານີ້, ສະພາແຫ່ງຊາດໄດ້ຮັບສາຍໂທລະສັບທັງໝົດ 731 ສາຍ ຜ່ານໝາຍເລກສາຍດ່ວນ 113 ຈາກມະຫາຊົນທົ່ວປະເທດ.ອ່ານຕໍ່  ...

ເອກະພອນ ພູທອນສີ

ນະຄອນຫຼວງວຽງຈັນ, ປາກເຊ ເດີນໜ້າໂຄງການບຳບັດນ້ຳເສຍ, ຂີ້ເຫຍື້ອ

ວຽງຈັນ (ວຽງຈັນທາມສ໌/ANN) – ນະຄອນຫຼວງວຽງຈັນ, ປາກເຊ ມີແຜນປັບປຸງການຄຸ້ມຄອງ ແລະ ການບໍລິການບຳບັດຂີ້ເຫຍື້ອ, ເຊິ່ງລວມມີການເກັບຂີ້ເຫຍື້ອ, ໂອກາດໃນການນຳໃຊ້ຂີ້ເຫຍື້ອໃຫ້ເປັນຊັບພະຍາກອນ, ແລະ ການບຳບັດນ້ຳເສຍ.ອຳນາດການປົກຄອງໄດ້ເປີດຕົວໂຄງການ “ສ້າງຄວາມສາມາດໃນການບຳບັດຂີ້ເຫຍື້ອ ແລະ ນ້ຳເສຍ ເພື່ອການປັບປຸງສະພາບແວດລ້ອມຕົວເມືອງໃນລາວ” ທີ່ນະຄອນຫຼວງວຽງຈັນ ໃນວັນຈັນນີ້.ໂຄງການດັ່ງກ່າວຈະດຳເນີນແຕ່ປີ 2019-2024 ຢູ່ໃນສອງຕົວເມືອງໃຫຍ່ຄື ນະຄອນຫຼວງວຽງຈັນ ແລະ ປາກເຊ ແຂວງຈຳປາສັກ.ລັດຖະບານເກົາຫຼີຈະໃຫ້ການສະໜັບສະໜູນທຶນສຳລັບດຳເນີນໂຄງການດັ່ງກ່າວ ມູນຄ່າກວ່າ US$6.7 ລ້ານໂດລາ ໂດຍຜ່ານອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ແລະ ສະຖາບັນຄົ້ນຄວ້າການຂະຫຍາຍຕົວສີຂຽວໂລກ (GGGI).ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ສະວິດເຊີແລນ ເສີມຂະຫຍາຍໂອກາດໃນການມີວຽກເຮັດງານທຳ ສຳລັບຜູ້ດ້ອຍໂອກາດໃນປະເທດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສະວິດເຊີແລນ ໄດ້ສະໜອງງົບປະມານມູນຄ່າ US$8.6 ລ້ານໂດລາ ເພື່ອຊ່ວຍເຫຼືອໃນການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການປະກອບອາຊີບ ສຳລັບກຸ່ມຜູ້ດ້ອຍໂອກາດໃນລາວ.ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຊອງ-ຝຼັ່ງຊົວ ເຊີນອດ ອຳນວຍການປະຈຳພາກພື້ນ ຂອງອົງການເພື່ອການພັດທະນາ ແລະ ການຮ່ວມມືສະວິດ (SDC) ໄດ້ຮ່ວມລົງນາມໃນຂໍ້ຕົກລົງໃນວັນສຸກແລ້ວນີ້ ເພື່ອສະໜັບສະໜູນການສຶກສາວິຊາຊີບ ແລະ ປັບປຸງໂອກາດໃນການປະກອບອາຊີບ ສຳລັບກຸ່ມຜູ້ດ້ອຍໂອກາດໃນທ້ອງຖິ່ນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວ-ຫວຽດນາມ ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ເພື່ອຮັດແໜ້ນສາຍພົວພັນພາຄີ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຮ່ວມຫາລືແຜນການ ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ, ແນໃສ່ດຶງດູດນັກທ່ອງທ່ຽວ ແລະ ຮັດແໜ້ນສາຍພົວພັນ ລະຫວ່າງສອງປະເທດ.ທ່ານ ຮອ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບທ່ານ ຫງວຽນ ງ໋ອກ ທຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຂອງຫວຽດນາມ ໃນວັພະຫັດນີ້ ໃນຂະນະທີ່ສອງຝ່າຍໄດ້ຮ່ວມແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຮ່ວມມືໃນຂະແໜງການດັ່ງກ່າວ ແລະ ແຜນການໃນຕໍ່ໜ້າ.ທ່ານ ຮສ.ປອ ກິແກ້ວ ໄດ້ສະເໜີໃຫ້ທັງສອງຝ່າຍ ສືບຕໍ່ການຮ່ວມມືປະຫວັດສາດອັນຍາວນານ ໂດຍແນໃສ່ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານກ່ຽວກັບສະພາບການດ້ານວັດທະນະທຳ ແລະ ທ່ອງທ່ຽວສາກົນ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ກອງປະຊຸມຂອງສະພາແຫ່ງຊາດ ອັດລົງດ້ວຍວາລະການພັດທະນາພາຍໃນປະເທດ

ກອງປະຊຸມຂອງສະພາແຫ່ງຊາດ ໄດ້ອັດລົງດ້ວຍການຮັບຮອງເອົາບັນດາເອກະສານກົດໝາຍ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.ພິທີປິດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ຈັດຂຶ້ນໃນວັນສຸກແລ້ວນີ້ ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ຫຼັກ 6 ນະຄອນຫຼວງວຽງຈັນ ພາຍໃຕ້ການເຂົ້າຮ່ວມຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ, ທ່ານປະທານສະພາແຫ່ງຊາດ ປານີ ຢ່າທໍ່ຕູ້  ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

SSrfn
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!