ນະຄອນຫຼວງວຽງຈັນ, ປາກເຊ ເດີນໜ້າໂຄງການບຳບັດນ້ຳເສຍ, ຂີ້ເຫຍື້ອ

ວຽງຈັນ (ວຽງຈັນທາມສ໌/ANN) – ນະຄອນຫຼວງວຽງຈັນ, ປາກເຊ ມີແຜນປັບປຸງການຄຸ້ມຄອງ ແລະ ການບໍລິການບຳບັດຂີ້ເຫຍື້ອ, ເຊິ່ງລວມມີການເກັບຂີ້ເຫຍື້ອ, ໂອກາດໃນການນຳໃຊ້ຂີ້ເຫຍື້ອໃຫ້ເປັນຊັບພະຍາກອນ, ແລະ ການບຳບັດນ້ຳເສຍ.

ອຳນາດການປົກຄອງໄດ້ເປີດຕົວໂຄງການ “ສ້າງຄວາມສາມາດໃນການບຳບັດຂີ້ເຫຍື້ອ ແລະ ນ້ຳເສຍ ເພື່ອການປັບປຸງສະພາບແວດລ້ອມຕົວເມືອງໃນລາວ” ທີ່ນະຄອນຫຼວງວຽງຈັນ ໃນວັນຈັນນີ້.

ໂຄງການດັ່ງກ່າວຈະດຳເນີນແຕ່ປີ 2019-2024 ຢູ່ໃນສອງຕົວເມືອງໃຫຍ່ຄື ນະຄອນຫຼວງວຽງຈັນ ແລະ ປາກເຊ ແຂວງຈຳປາສັກ.

ລັດຖະບານເກົາຫຼີຈະໃຫ້ການສະໜັບສະໜູນທຶນສຳລັບດຳເນີນໂຄງການດັ່ງກ່າວ ມູນຄ່າກວ່າ US$6.7 ລ້ານໂດລາ ໂດຍຜ່ານອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ແລະ ສະຖາບັນຄົ້ນຄວ້າການຂະຫຍາຍຕົວສີຂຽວໂລກ (GGGI).

ອ່ານຕໍ່…

ແກ້ວວຽງຄອນ ບຸນວິເສດ