Transport and shipping
Transport and shipping policy and administration
ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ຈະດຳເນີນການກວດກາລົດສາມລໍ້ໄຟຟ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ຈະເພີ່ມຄວາມເຂັ້ມງວດໃນການກວດກາລົດສາມລໍ້ໄຟຟ້າ ແລະ ລົດຈັກທີ່ມີການດັດທາງຂ້າງ ໃນນະຄອນຫຼວງວຽງຈັນ ທີ່ມີການສັນຈອນຕາມທ້ອງຖະໜົນໃນຕົວເມືອງແບບບໍ່ຖືກລະບຽບ.ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການຂົນສົ່ງ ພາຍໃຕ້ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ວານນີ້ວ່າ ທາງພະແນກຈະຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດຈໍລະຈອນ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາບັນດາລົດສາມລໍ້ໄຟຟ້າ ແລະ ລົດຈັກດັດຂ້າງ ໃນນະຄອນຫຼວງ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ອຳນາດການປົກຄອງແຂວງສະຫວັນນະເຂດ ຮຽກຮ້ອງໃຫ້ປິດສະຖານນີຂົນສົ່ງສິນຄ້າທີ່ບໍ່ໄດ້ຮັບອະນຸຍາດ
ຫົວໜ້າຫ້ອງການປົກຄອງແຂວງສະຫວັນນະເຂດ ພ້ອມດ້ວຍເຈົ້າໜ້າທີ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດ ໄດ້ປະຊຸມຫວ່າງໝໍ່ໆມານີ້ ເພື່ອເຜີຍແຜ່ເນື້ອນຂໍ້ຕົກລົງກ່ຽວກັບການຄຸ້ມຄອງທ່າເຮືອບົກ, ເພື່ອສົ່ງເສີມການໃຊ້ບໍລິການທ່າເຮືອບົກສະຫວັນນະເຂດໃຫ້ຫຼາຍຍິ່ງຂຶ້ນ.ຂໍ້ຕກລົງໄດ້ດັ່ງກ່າວແມ່ນອອກໂດຍກະຊວງໂຍທາທິການ ແລະ ຂົນສົ່ງ ໃນວັນທີ 5 ເມສາ 2018 ກ່ຽວກັບການຄຸ້ມຄອງທ່າເຮືອບົກສະຫວັນນະເຂດ ແລະ ມີແຈ້ງການສະໜັບສະໜູນຈາກຫ້ອງການປົກຄອງແຂວງສະຫວັນນະເຂດ ລົງວັນທີ 11 ຕຸລາ 2019.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ເຈົ້າໜ້າທີ່ລັດຖະບານທົບທວນພາລະກິດເພື່ອປັບປຸງຄວາມປອດໄພບົນທ້ອງຖະໜົນ
ຄະນະເລຂາທິການດ້ານຄວາມປອດໄພບົນທ້ອງຖະໜົນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ໄດ້ປະຊຸມຢູ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້ ເພື່ອທົບທວນວຽກງານການປັບປຸງຄວາມປອດໄພບົນທ້ອງຖະໜົນ ໃນໄລຍະຫ້າປີຜ່ານມາ.ຜູ້ເຂົ້າຮ່ວມຍັງໄດ້ມີການຫາລືພາລະກິດຮ່ວມໃນຕໍ່ໜ້າ ເພື່ອແນໃສ່ລວມພະລັງກັນຫຼຸດຜ່ອນຈຳນວນອຸບັດຕິເຫດ ແລະ ໄພອັນຕະລາຍຕາມທ້ອງຖະໜົນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ຊາວບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການຍັງຄົງລໍຄອຍເງິນຊົດເຊີຍທາງລົດໄຟ
ປະຊາຊົນລາວທີ່ຕ້ອງຍ້າຍຖິ່ນຖານຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນຍັງຄົງລໍຖ້າເງິນຊົດເຊີຍຈາກລັດຖະບານ ໃນຂະນະທີ່ຫຼາຍຄົນທີ່ໄດ້ຮັບຄ່າຊົດເຊີຍແລ້ວກ່າວວ່າເງິນຊົດເຊີຍທີ່ໄດ້ແມ່ນໜ້ອຍກວ່າທີ່ຄິດຫຼາຍ.ໂຄງການທາງລົດໄຟເພື່ອເຊື່ອມຕໍ່ລາວກັບຈີນ ຄາດວ່າຈະສ້າງປະໂຫຍດໃຫ້ແກ່ເສດຖະກິດຂອງລາວ ເນື່ອງຈາກວ່າມັນຈະຊ່ວຍຫຼຸດຕົ້ນທຶນຂອງສິນຄ້າສົ່ງອອກ ແລະ ສິນຄ້າບໍລິໂພກ ໃນຂະນະດຽວກັນກໍສົ່ງເສີມການພັດທະນາເສດຖະກິດສັງຄົມຂອງປະເທດທຸກຍາກທີ່ມີປະຊາກອນປະມານເຈັດລ້ານຄືລາວ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/lao-china-railway-compensation-delay-07162019170632.html
ການດຳເນີນການເພື່ອປ້ອງກັນຖະໜົນພັງເສຍຫາຍຈາກລົດບັນທຸກນ້ຳໜັກເກີນ
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ດຳເນີນບາດກ້າວໃນການແກ້ໄຂບັນຫາລົດບັນທຸກນ້ຳໜັກເກີນ ເຊິ່ງເປັນສາເຫດເຮັດໃຫ້ຖະໜົນ ແລະ ຂົວພັງເສຍຫາຍໃນຊຸມປີຜ່ານມາ ຕາມບົດລາຍງານ.ກົມຂົນສົ່ງໄດ້ເລີ່ມແຜນທົດລອງ ໃນການປັບປຸງສະຖານນີສັ່ງນ້ຳໜັກໃຫ້ທັນສະໄໝຕາມແຈ້ງການຂອງລັດຖະບານ ຕາມບົດລາຍງາຍຂອງກົມ.ການປັບປຸງສະຖານນີສັ່ງນ້ຳໜັກທີ່ເສັ້ນທາງເລກທີ 9 ບ້ານຄຳເຕີຍ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ແມ່ນສຳເລັດໃນເດືອນສິງຫາປີກາຍນີ້ ພາຍໃຕ້ທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA).ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລາວອອກທິດຊີ້ນຳໃໝ່ກ່ຽວກັບການສ້າງທາງລົດໄຟ
ວຽງຈັນ (ວຽງຈັນທາມສ໌/ANN) – ຫວ່າງບໍ່ດົນມານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ໄດ້ອອກດຳລັດປະທານປະເທດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍທາງລົດໄຟສະບັບໃໝ່, ເຊິ່ງໃຫ້ທິດຊີ້ນຳກ່ຽວກັບການກໍ່ສ້າງທາງລົດໄຟ.ກົດໝາຍທີ່ປະກອບມີຫ້າສິບໜ້າສະບັບດັ່ງກ່າວ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານການກໍ່ສ້າງເສັ້ນທາງລົດໄຟ. ເຊິ່ງມີເປົ້າໝາຍແນໃສ່ຮັບປະກັນປະສິດທິພາບ, ປະສິດທິຜົນ, ຄວາມທັນສະໄໝ, ຄວາມຍືນຍົງ ແລະ ການກໍ່ສ້າງເສັ້ນທາງລົດໄຟທີ່ເປັນມິດຕໍ່ສິ່ງແວດລ້ອມ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ກະຊວງຈະຈັດການຂໍ້ບົກພ່ອງໃນຂະແໜງໂຍທາທິການ ແລະ ຂົນສົ່ງ
ປະສິດທິພາບໃນການກໍ່ສ້າງແລະ ສ້ອມແປງຖະໜົນ, ການຄຸ້ມຄອງການຂົນສົ່ງທາງບົກ, ການວາງແຜນ ແລະ ລະບຽບການທາງການເງິນທີ່ເຂັ້ມແຂງ, ການລວມຕົວ ແລະ ການເຊື່ອມຕໍ່ໃນລະດັບພາກພື້ນ ແລະ ສາກົນຂອງລາວ, ແລະ ຄວາມຮັບຜິດຊອບຂອງຂະແໜງການ ແມ່ນບັນຫາທີ່ຈະຍົກຂຶ້ນຫາລືໃນກອງປະຊຸມປີນີ້.ກະຊວງໂຍທາທິການ ແລະ ຂົນສົ່ງເປີດເຜີຍວາລະໃນກອງປະຊຸມວິຊາການເຊິ່ງໄຂຂຶ້ນວານນີ້ ທີ່ວຽງຈັນ ເພື່ອກະກຽມສຳລັບກອງປະຊຸມແຫ່ງຊາດທີ່ຈະຈັດຂຶ້ນໃນອາທິດນີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
ອຸປະຕິເຫດຕາມທ້ອງຖະໜົນມີຜູ້ເສຍຊີວິດກວ່າ 200 ຄົນໃນວຽງຈັນໃນຊ່ວງປີໃໝ່ 2019
(ຂປລ) ໃນຊ່ວງການສະເຫຼີມສະຫຼອງປີໃໝ່ສາກົນ 2019 ທີ່ວຽງຈັນມີຜູ້ເສຍຊີວິດຍ້ອນອຸປະຕິເຫດຕາມທ້ອງຖະໜົນແລ້ວ 238 ຄົນ. ເຖິງຢ່າງໃດກໍຕາມ ຍອດຜູ້ເສຍຊີວິດກໍມີການຫຼຸດລົງ 5% ທຽບກັບປີຜ່ານມາ. ປີນີ້ມີຈຳນວນການເກີດອຸປະຕິເຫດຫຼຸດລົງ 36%.ອ່ານຕໍ່ ...
ບັນນາທິການ ຂປລ
ນັກຂັບຂີ່ລາວທີ່ມີໃບອະນຸຍາດສາມາດຂັບຂີ່ຕາມທ້ອງຖະໜົນໃນອາຊຽນ
ອຳນາດການປົກຄອງທ້ອງຖິ່ນໄດ້ຊີ້ແຈງວ່າ ນັກຂັບຂີ່ລາວທີ່ຖືໃບອະນຸຍາດຂັບຂີ່ສາກົນສາມາດຂັບຂີ່ຍານພາຫະນະໄດ້ຢ່າງເສລີ ໃນບັນດາປະເທດຕ່າງໆທົ່ວໂລກທີ່ລາວໄດ້ລົງນາມໃນອະນຸສັນຍາທີ່ກ່ຽວຂ້ອງ.ນອກນີ້ ນັກຂັບຂີ່ທີ່ຖືໃບຂັບຂີ່ລາວແມ່ນມີສິດຂັບຂີ່ໃນບັນດາປະເທດອາຊຽນໄດ້ຢ່າງເປັນທາງການ ຖ້າຫາກວ່າມີຊື່ໃນໃບຂັບຂີ່ເປັນພາສາອັງກິດ.ອ່ານຕໍ່ ...
ໄພສີທອງ ຈັນດາລາ
ລັດວິສາຫະກິດລົດເມນະຄອນຫຼວງປັບຂຶ້ນຄ່າໂດຍສານ
(ຂປລ) ລັດວິສາຫະກິດລົດເມນະຄອນຫຼວງ (VSBE) ປັບຂຶ້ນຄ່າໂດຍສານເປັນສອງເທົ່າສຳລັບນັກຮຽນທີ່ນຳໃຊ້ລົດເມໂດຍສານສາຍທ່າງ່ອນ, ດົງໂດກ ແລະ ໂພນຕ້ອງ-ດົງໂດກ.ການຂຶ້ນຄ່າລົດເມດັ່ງກ່າວແມ່ນສຳລັບຜູ້ທີ່ນຳໃຊ້ບັດຂຶ້ນລົດເມໄຟຟ້າແບບຫົກເດືອນ ແລະ ໜຶ່ງປີ. ການປັບຂຶ້ນຄ່າໂດຍສານດັ່ງກ່າວແມ່ນມີຜົນຕັ້ງແຕ່ວັນທີ 5 ພະຈິກເປັນຕົ້ນໄປ.ອ່ານຕໍ່ ...
ຂປລ