ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ຈະດຳເນີນການກວດກາລົດສາມລໍ້ໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ຈະເພີ່ມຄວາມເຂັ້ມງວດໃນການກວດກາລົດສາມລໍ້ໄຟຟ້າ ແລະ ລົດຈັກທີ່ມີການດັດທາງຂ້າງ ໃນນະຄອນຫຼວງວຽງຈັນ ທີ່ມີການສັນຈອນຕາມທ້ອງຖະໜົນໃນຕົວເມືອງແບບບໍ່ຖືກລະບຽບ.

ທ່ານ ສີວອນ ຊັບທະວີ ຫົວໜ້າຂະແໜງຄຸ້ມຄອງການຂົນສົ່ງ ພາຍໃຕ້ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ ວານນີ້ວ່າ ທາງພະແນກຈະຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດຈໍລະຈອນ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາບັນດາລົດສາມລໍ້ໄຟຟ້າ ແລະ ລົດຈັກດັດຂ້າງ ໃນນະຄອນຫຼວງ.

ອ່ານຕໍ່…

ພົມພົງ ເຫຼົາອິນ