ລາວອອກທິດຊີ້ນຳໃໝ່ກ່ຽວກັບການສ້າງທາງລົດໄຟ

ວຽງຈັນ (ວຽງຈັນທາມສ໌/ANN) – ຫວ່າງບໍ່ດົນມານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ໄດ້ອອກດຳລັດປະທານປະເທດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍທາງລົດໄຟສະບັບໃໝ່, ເຊິ່ງໃຫ້ທິດຊີ້ນຳກ່ຽວກັບການກໍ່ສ້າງທາງລົດໄຟ.

ກົດໝາຍທີ່ປະກອບມີຫ້າສິບໜ້າສະບັບດັ່ງກ່າວ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານການກໍ່ສ້າງເສັ້ນທາງລົດໄຟ. ເຊິ່ງມີເປົ້າໝາຍແນໃສ່ຮັບປະກັນປະສິດທິພາບ, ປະສິດທິຜົນ, ຄວາມທັນສະໄໝ, ຄວາມຍືນຍົງ ແລະ ການກໍ່ສ້າງເສັ້ນທາງລົດໄຟທີ່ເປັນມິດຕໍ່ສິ່ງແວດລ້ອມ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ