Vientiane Times/ANN

ໂຄງການທາງດ່ວນວຽງຈັນ ໝາຍເລກ 1 ຈ່າຍຄ່າຊົດເຊີຍງວດທີສອງ ລວມມູນຄ່າ 4 ລ້ານກວ່າໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ມື້ວານນີ້ ໂຄງການທາງດ່ວນວຽງຈັນເລກທີ 1 ໄດ້ຈ່າຍຄ່າຊົດເຊີຍ ລວມມູນຄ່າ 4 ລ້ານກວ່າໂດລາ ເຊິ່ງເປັນເງິນຊົດເຊີຍງວດທີສອງ ໃຫ້ແກ່ເຈົ້າຂອງຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ.ເຈົ້າຂອງດິນ 92 ຕອນ ເຊິ່ງມີເນື້ອທີ່ລວມທັງໝົດ 344,671 ຕາແມັດ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ຢູ່ເມືອງໄຊທານີ ແລະ ໄຊເສດຖາ ນະຄອນຫຼວງວຽງຈັນ ລວມຕົວກັນທີ່ສະໂມສອນເມືອງໄຊທານີ ເພື່ອຮັບເງິນຊົດເຊີຍດັ່ງກ່າວ ໃນວັນພະຫັດນີ້.ອ່ານຕໍ່ ...

ໂຕະຂ່າວ

ເກົາຫຼີໃຕ້ ໃຫ້ທຶນເກືອບ US$44 ລ້ານໂດລາສຳລັບໂຄງການນ້ຳປະປາໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທຶນການຮ່ວມມືເພື່ອການພັດທະນາເສດຖະກິດຂອງເກົາຫຼີໃຕ້ (EDCF) ຕົກລົງໃຫ້ທຶນກູ້ຢືມດອກເບ້ຍຕ່ຳ ມູນຄ່າເກືອບ US$44 ລ້ານໂດລາ ເພື່ອສະໜັບສະໜູນໂຄງການພັດທະນານ້ຳປະປາ ຢູ່ແຂວງຈຳປາສັກ ແລະ ແຂວງສາລະວັນ ທາງພາກໃຕ້ຂອງລາວ.ນີ້ແມ່ນການຕົກລົງໃນກອງປະຊຸມລະຫວ່າງຕົວແທນກອງທຶນ EDCF  ແລະ ລັດຖະບານລາວ ເພື່ອຫາລືຊ່ອງທາງໃນການຈັດຕັ້ງປະຕິບັດໂຄງການເຫຼົ່ານີ້.ອ່ານຕໍ່ ...

ໂຕະຂ່າວ

ການສຳຫຼວດກະສິກຳ, ເສດຖະກິດ ເພື່ອສົ່ງເສີມການຂະຫຍາຍຕົວຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະດຳເນີນການສຳຫຼວດກະສິກຳ III (LCA III) ແລະ ການສຳຫຼວດເສດຖະກິດ III (EC III) ສຳລັບປີ 2019-2020 ເພື່ອໃຊ້ເປັນຂໍ້ມູນອ້າງອີງສຳລັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງຕໍ່ໄປ ສຳລັບປີ 2021-25.ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງຂອງລັດຖະບານ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມກັນທີ່ນະຄອນຫຼວງວຽງຈັນ ວານນີ້ ເພື່ອຄົ້ນຄວ້າຄວາມຮຽກຮ້ອງຕ້ອງການ, ແຜນດຳເນີນງານ ແລະ ການປະກອບສ່ວນ ເພື່ອດຳເນີນການສຳຫຼວດ LCA III ແລະ EC III  ທົ່ວປະເທດ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ບັນດາປະເທດອາຊຽນບວກສາມ ຫາລືການຮ່ວມມືໃນການເກັບກູ້ລະເບີດມີນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊ່ຽວຊານ ລບຕ ຈາກລາວ ແລະ ບັນດາປະເທດອາຊຽນບວກສາມ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມກັນທີ່ນະຄອນຫຼວງວຽງຈັນ ໃນວັນທີ 3-6 ທັນວານີ້ ເພື່ອຫາລືແຜນການໃນການເກັບກູ້ລະເບີດມີນ ໃນພາກພື້ນ ໃນໄລຍະສາມປີຕໍ່ໜ້າ.ກອງປະຊຸມດັ່ງກ່າວໄດ້ຫາລືໃນວັນອັງຄານນີ້ວ່າ ລະເບີດບໍ່ທັນແຕກແຕ່ສະໄໝສົງຄາມ ຍັງຄົງເປັນໄພຮຸກຮານຕໍ່ຄວາມໝັ້ນຄົງຂອງມະນຸດ ທັງໃນພາກພື້ນ ແລະ ໃນທົ່ວໂລກ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດຖະບານເນັ້ນເຖິງຄວາມພະຍາຍາມໃນການຕ້ານການຮັບສິນບົນ ເນື່ອງໃນວັນຕ້ານການສໍ້ລາດບັງຫຼວງ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສຸມໃສ່ການສົ່ງເສີມຄວາມຮູ້ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ໃນຖັນແຖວລັດຖະກອນ ແລະ ນັກຮຽນນັກສຶກສາ ເພື່ອເພີ່ມທະວີຄວາມໂປ່ງໃສໃນປະເທດ, ຕາມເຈົ້າໜ້າທີ່ການນຳ.ທ່ານ ປອ ບຸນທອງ ຈິດມະນີ ປະທານອົງການກວດສອບແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ຮອງນາຍົກລັດຖະມົນຕີ ໄດ້ກ່າວຄຳເຫັນ ເນື່ອງໃນພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ທີ່ນະຄອນຫຼວງວຽງຈັນ ວານນີ້.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ, ແຂວງຢຸນນານຂອງຈີນ ສົ່ງເສີມການພັດທະນາຢູ່ແຂວງພາກເໜືອຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ແຂວງຢຸນນານຂອງຈີນ ຕົກລົງກ່ຽວກັບແຜນການຮ່ວມມື ເພື່ອສົ່ງເສີມການພັດທະນາຢູ່ແຂວງພາກເໜືອຂອງລາວ ແນໃສ່ເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ.ຂໍ້ຕົກລົງດັ່ງກ່າວ ໄດ້ມີການລົງນາມໃນລະຫວ່າງກອງປະຊຸມ ເພື່ອປະສານງານການຮ່ວມມືລະຫວ່າງແຂວງພາກເໜືອຂອງລາວ ແລະ ແຂວງຢຸນນານ, ເຊິ່ງຈັດຂຶ້ນທີ່ນະຄອນຄຸນໝິງ ແຂວງຢຸນນານ. ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ລາວ, ເກົາຫຼີ ສັງລວມຕົວເລກ ເພື່ອເປີດຕົວເວັບໄຊສະຖິຕິລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນສະຖິຕິແຫ່ງຊາດ ຮ່ວມກັບໜ່ວຍງານສະຖິຕິເກົາຫຼີ ທຳການເປີດຕົວເວັບໄຊ LAOSIS (https://laosis.lsb.gov.la) ຢ່າງເປັນທາງການໃນວານນີ້ ເພື່ອເປັນສູນລວມໃນການໃຫ້ບໍລິການຂໍ້ມູນທາງສະຖິຕິທີ່ສຳຄັນຂອງລາວ.ເວັບໄຊດັ່ງກ່າວ ຖືກອອກແບບໃຫ້ມີຄວາມສະດວກຕໍ່ການນຳໃຊ້ ແລະ ງ່າຍຕໍ່ການຄົ້ນຫາຂໍ້ມູນ, ມີເນື້ອໃນທີ່ກວ້າງຂວາງ ແລະ ເຂົ້າໃຈງ່າຍ ເໝາະສຳລັບຜູ້ໃຊ້ທົ່ວໄປ ແລະ ເປັນຂໍ້ມູນອ້າງອີງ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ນຳໃຊ້ ໃນການເຂົ້າເຖິງຂໍ້ມູນທີ່ຕ້ອງການໄດ້ຢ່າງວ່ອງໄວ ແລະ ງ່າຍດາຍ.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານຢືນຢັນແຜນການຜະລິດເຂົ້າ 1 ລ້ານໂຕນ ເພື່ອຕະຫຼາດພາຍໃນ, ສົ່ງອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານມີແຜນສົ່ງເສີມຊາວກະສິກອນ ໃນການຜະລິດເຂົ້າໃຫ້ໄດ້ຢ່າງໜ້ອຍ 1 ລ້ານໂຕນ ເພື່ອຈຳໜ່າຍພາຍໃນປະເທດ ແລະ ການສົ່ງອອກ ໃນປີໜ້າ.ເພື່ອຮັບປະກັນການຜະລິດເຂົ້າ ເພື່ອການສົ່ງອອກ, ລັດຖະບານ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ຈະເສີມຂະຫຍາຍປະລິມານການຜະລິດເຂົ້າຂາວໃຫ້ໄດ້ 35 ສ່ວນຮ້ອຍຂອງການຜະລິດເຂົ້າທັງໝົດ. ນີ້ແມ່ນສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການປູກເຂົ້າໜຽວ ທີ່ມີທ່າແຮງຂະຫຍາຍຕົວໃນຫຼາຍພາກພື້ນ.ອ່ານຕໍ່  ...

ໂຕະຂ່າວ

ທະນາຄານກາງ ຫວັງເພີ່ມທະວີການລົງທຶນໃນຕະຫຼາດຫຼັກຊັບ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນດາຫົວໜ່ວຍທຸລະກິດໃນລາວ ຈະມີຄວາມສະດວກຍິ່ງຂຶ້ນໃນການນຳໃຊ້ຕະຫຼາດຫຼັກຊັບ ເພື່ອເປັນຊ່ອງທາງໃນການລະດົມທຶນ ພາຍຫຼັງທີ່ສະພາແຫ່ງຊາດມີການຮັບຮອງເອົາກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ, ອີງຕາມເຈົ້າໜ້າທີ່ການນຳຂອງທະນາຄານແຫ່ງ ສປປ ລາວ.ທ່ານ ສອນໄຊ ສີພະໄຊ ຜູ້ອຳນວຍການທະນາຄານການ ໄດ້ໃຫ້ຄຳເຫັນດັ່ງກ່າວໃນວັນອັງຄານນີ້ ໃນລະຫວ່າງຂຶ້ນສະເໜີກົດໝາຍວ່າດ້ວຍຫຼັກຊັບ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາ.ອ່ານຕໍ່ ...

ເອກະພອນ ພູທອນສີ

ວິສາຫະກິດຮ່ວມປະສົມລາວ-ຈີນ ເພື່ອການຜະລິດຢາປິ່ນປົວພະຍາດ

ວຽງຈັນ (ວຽງຈັນທາມສ໌/ANN) – ວິສາຫະກິດຮ່ວມປະສົມລາວ-ຈີນ ມີແຜນຈັດຕັ້ງນິຄົມອຸດສາຫະກຳການຜະລິດຢາ ໃນນະຄອນຫຼວງວຽງຈັນ.ທາງບໍລິສັດຍັງມີແຜນຜະລິດອຸປະກອນການແພດຫຼາຍປະເພດ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດໃນອະນາຄົດ ແລະ ຫຼຸດຜ່ອນການນຳເຂົ້າ.ທ່ານ ຈາງ ຈົງຕີ ປະທານບໍລິສັດ Golden Wisdom ຮ່ອງກົງ ເປີດເຜີຍໃນພິທີວາງສີລາເລີກການກໍ່ສ້າງບໍລິສັດຜະລິດຢາ Golden Wisdom (ລາວ) ຈຳກັດ ໃນວັນສຸກແລ້ວນີ້ ໃນເຂດພັດທະນາໄຊເສດຖາ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

sjJ7Z
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!