ສິນຄ້າ ແລະ ຜະລິດຕະພັນພືດ
ເຂົ້າ
ການຍົກລະດັບການປູກເຂົ້າທາງພາກເໜືອ ປະສົບຄວາມສຳເລັດຈາກການປູກແນວພັນເຂົ້າໄກ່ນ້ອຍ
ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຢູ່ສອງແຂວງພາກເໜືອຄື ແຂວງຊຽງຂວາງ ແລະ ຫົວພັນ ມີຜົນຜະລິດທີ່ເພີ່ມຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບ ຈາກເຈັດແນວພັນເຂົ້າພື້ນເມືອງ ເຂົ້າໄກ່ນ້ອຍ.ການລິເລີ່ມດ້ານກະສິກຳ-ຊິວະນາໆພັນ (TABI) ສືບຕໍ່ໂຄງການຊ່ວຍເຫຼືອຊາວກະສິກອນແຂວງຊຽງຂວາງ ແລະ ຫົວພັນ ເພື່ອປັບປຸງຄຸນນະພາບແນວພັນເຂົ້າໄກ້ນ້ອຍ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນຊຸມຊົນ ແລະ ຜົນຕອບແທນທີ່ສູງຂຶ້ນສຳລັບຊາວກະສິກອນ.ໂຄງການດັ່ງກ່າວ ໄດ້ມີການຂະຫຍາຍຢູ່ໃນເກົ້າຕົວເມືອງໃນສອງແຂວງ ໂດຍຜ່ານເຄືອຂ່າຍການພັດທະນາການຜະລິດແນວພັນເຂົ້າໄກ່ນ້ອຍ.ອ່ານຕໍ່ ...
ໂຕະຂ່າວ
ລັດຖະບານຢືນຢັນແຜນການຜະລິດເຂົ້າ 1 ລ້ານໂຕນ ເພື່ອຕະຫຼາດພາຍໃນ, ສົ່ງອອກ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານມີແຜນສົ່ງເສີມຊາວກະສິກອນ ໃນການຜະລິດເຂົ້າໃຫ້ໄດ້ຢ່າງໜ້ອຍ 1 ລ້ານໂຕນ ເພື່ອຈຳໜ່າຍພາຍໃນປະເທດ ແລະ ການສົ່ງອອກ ໃນປີໜ້າ.ເພື່ອຮັບປະກັນການຜະລິດເຂົ້າ ເພື່ອການສົ່ງອອກ, ລັດຖະບານ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ຈະເສີມຂະຫຍາຍປະລິມານການຜະລິດເຂົ້າຂາວໃຫ້ໄດ້ 35 ສ່ວນຮ້ອຍຂອງການຜະລິດເຂົ້າທັງໝົດ. ນີ້ແມ່ນສອດຄ່ອງກັບນະໂຍບາຍຂອງລັດຖະບານ ໃນການສົ່ງເສີມການປູກເຂົ້າໜຽວ ທີ່ມີທ່າແຮງຂະຫຍາຍຕົວໃນຫຼາຍພາກພື້ນ.ອ່ານຕໍ່ ...
ໂຕະຂ່າວ
ການສູນເສຍພື້ນທີ່ເຂົ້າປູກ ເຮັດໃຫ້ຜົນຜະລິດຕົກຕ່ຳ, ລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດ
ວຽງຈັນ (ວຽງຈັນທາມສ໌/ANN) – ໃນຊ່ວງລະດູຝົນປີນີ້ ມີພື້ນທີ່ໄຮ່ນາ 105,206 ເຮັກຕາ ຖືກເສຍຫາຍຈາກໄພນ້ຳຖ້ວມ, ນີ້ໝາຍເຖິງຜົນຜະລິດເຂົ້າຂອງລາວຈະບໍ່ສາມາດບັນລຸຕາມເປົ້າໝາຍການຜະລິດປີ 2019 ທີ່ວາງໄວ້ 4.4 ລ້ານໂຕນ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຂໍ້ມູນຕໍ່ທີ່ປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໃນອາທິດແລ້ວນີ້.ອ່ານຕໍ່ ...
ອຸ່ນຄຳ ພິມມະຕະ
ໄພນ້ຳຖ້ວມ, ການຂາດແຄນນ້ຳ ເຮັດໃຫ້ການເກັບກ່ຽວເຂົ້າໄດ້ໜ້ອຍລົງ: ກະຊວງ
ວຽງຈັນ (ວຽງຈັນທາມສ໌/ANN) – ວານນີ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນປ້ອງກັນການຕັດສິນໃຈໃນການຫຼຸດຜ່ອນເປົ້າໝາຍການຜະລິດເຂົ້າສຳລັບປີ 2019 ຢ່າງຫຼີກລ່ຽງບໍ່ໄດ້ ຍ້ອນໄພນ້ຳຖ້ວມທີ່ຮ້າຍແຮງທີ່ເກີດຂຶ້ນໃນປີນີ້ ແລະ ປີຜ່ານມາ.ໃນຂະນະດຽວກັນ ທາງພາກເໜືອກໍກຳລັງປະສົບພາວະຂາດແຄນນ້ຳ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະເໜີຕໍ່ທີ່ປະຊຸມສະພາແຫ່ງຊາດວ່າ ໄພນ້ຳຖ້ວມໃນພື້ນທີ່ອັນກວ້າງຂວາງ ບວກກັບບັນຫາການຂາດແຄນນ້ຳ ເຮັດໃຫ້ກະຊວງຕ້ອງຫຼຸດຜ່ອນເປົ້າໝາຍການຜະລິດເຂົ້າ.ອ່ານຕໍ່ ...
ເອກະພອນ ພູທອນສີ
ບໍລິສັດລາວ, ມຽນມາ, ໄທ ຮ່ວມມືໃນການຊື້ຂາຍເຂົ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ສາມບໍລິສັດຈາກລາວ, ມຽນມາ ແລະ ໄທ ໄດ້ຕົກລົງຮ່ວມທຸລະກິດກັນໃນການຊື້ຂາຍເຂົ້າ, ເພື່ອແນໃສ່ປັບປຸງສະຖານະການຂອງຊາວກະສິກອນໃນສາມປະເທດ ໃຫ້ເຂົາເຈົ້າເນັ້ນໃສ່ການຜະລິດເຂົ້າທີ່ມີຄຸນນະພາບເພື່ອຈຳໜ່າຍ.ການລິເລີ່ມດັງກ່າວໄດ້ມີຂຶ້ນໃນອາທິດແລ້ວນີ້ຢູ່ລາວ ໃນພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຊື້ຂາຍເຂົ້າລະຫວ່າງ ບໍລິສັດ ABA NARES ຂອງມຽນມາ, ບໍລິສັດ ຫອມໄຊ ກະສິກຳຂາອອກ-ຂາເຂົ້າຈຳກັດຜູ້ດຽວຂອງລາວ ຮ່ວມກັບບໍລິສັດ ສະຢາມໂກເດິ້ນຮ໋ອສ໌ ຂອງໄທ.ອ່ານຕໍ່ ...
ໂຕະຂ່າວ
ບົດບັນນາທິການ: ເຂົ້າສານທີ່ນຳເຂົ້າມີລາຄາທີ່ຖືກກວ່າເຂົ້າສານທີ່ປູກພາຍໃນປະເທດ
ວຽງຈັນ (ວຽງຈັນທາມສ໌/ANN) – ຄົນລາວສ່ວນໃຫຍ່ນິຍົມບໍລິໂພກເຂົ້າໜຽວ ເຊິ່ງເປັນສະບຽງອາຫານຫຼັກຂອງຄົນລາວທົ່ວປະເທດ.ໃນຊຸມປີຜ່ານມາ ລາຄາເຂົ້າທີ່ຜະລິດໃນລາວແມ່ນນັບມື້ນັບສູງຂຶ້ນ ແລະ ບໍ່ເຄີຍລົງ. ສາເຫດຂອງບັນຫານີ້ແມ່ນຍ້ອນພື້ນທີ່ປູກເຂົ້າຈຳນວນຫຼາຍ ບໍ່ສາມາດທຳການຜະລິດໄດ້ຕາມເປົ້າໝາຍ ເນື່ອງຈາກລະດູແລ້ງທີ່ແກ່ຍາວ ແລະ ໄພນ້ຳຖ້ວມ. ບາງພາກຂອງປະເທດບໍ່ສາມາດຜະລິດເຂົ້າໄດ້ພຽງພໍຕໍ່ຄວາມຕ້ອງການ ສ່ວນຜູ້ຂາຍເອງກໍສວຍໂອກາດຂຶ້ນລາຄາເຂົ້າໃນເວລາຂາດແຄນ. ຕາມຄຳສຸພາສິດທີ່ວ່າ “ນ້ຳຂຶ້ນໃຫ້ຮີບຕັກ ຖ້າບໍ່ດັ່ງນັ້ນຈະບໍ່ໄດ້ຫຍັງ.”ອ່ານຕໍ່ ...
ໂຕະຂ່າວບັນນາທິການ
http://annx.asianews.network/content/editorial-imported-rice-cheaper-rice-grown-laos-105519
ລັດຖະບານປ່ອຍເຂົ້າສານອອກຈາກຄັງ ເພື່ອຫຼຸດຜ່ອນລາຄາໃນທ້ອງຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸມັດການປ່ອຍຂາຍເຂົ້າສານອອກຈາກຄັງຈຳນວນ 2,000 ໂຕນ ເພື່ອຫຼຸດຜ່ອນລາຄາເຂົ້າໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ເນື່ອງຈາກການຂາດແຄນການສະໜອງເຮັດໃຫ້ລາຄາເຂົ້າ ຖີບຕົວສູງຂຶ້ນກວ່າ 20 ສ່ວນຮ້ອຍທຽບກັບລາຄາປົກກະຕິ.ບາດກ້າວດັ່ງກ່າວກໍ່ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ຜູ້ບໍລິໂພກ ແລະ ຫຼຸດຜ່ອນພາລະສຳລັບຜູ້ທີ່ມີລາຍໄດ້ໜ້ອຍ ແລະ ປານກາງ.ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມກະສິກຳ ຈຳກັດ ປ່ອຍເຂົ້າສານ 2,000 ໂຕນ ພາຍຫຼັງຂໍ້ສັນຍາທີ່ລັດຖະບານ ແລະ ບໍລິສັດໄດ້ເຊັນຕົງລົງກັນມີຜົນນຳໃຊ້.ລາຄາເຂົ້າສານໜຽວລະດັບສອງ ທີ່ວາງຂາຍໃນຫ້າຈຸດໃນນະຄອນຫຼວງວຽງຈັນແມ່ນ 6,500 ກີບຕໍ່ກີໂລ ສຳລັບຊ່ວງວັນທີ 23-30 ກັນຍານີ້. ລາຄາດັ່ງກ່າວແມ່ນຕ່ຳກວ່າລາຄາຕະຫຼາດປະຈຸບັນ 2,000 ກີບ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-govt-releases-stockpiled-rice-lower-market-price-105063
ລາວຈຳກັດການສົ່ງອອກເຂົ້າສານ ເນື່ອງຈາກການສະໜອງທີ່ຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດສົ່ງເສີມກະສິກຳໃນລາວຫຼາຍແຫ່ງໄດ້ຈຳກັດປະລິມານການສົ່ງອອກເຂົ້າສານ ເນື່ອງຈາກຄວາມຂາດແຄນດ້ານການສະໜອງພາຍໃນປະເທດ ທ່າມກາງຄວາມຕ້ອງການທີ່ສູງຈາກຕ່າງປະເທດ.ລາຄາເຂົ້າທີ່ເພີ່ມສູງຂຶ້ນ ແລະ ຜົນກະທົບຈາກໄພນ້ຳຖ້ວມໃນປະເທດໃນລະດູຝົນນີ້ ແມ່ນສາເຫດຕົ້ນຕໍທີ່ຊາວກະສິກອນເກັບສຳຮອງເຂົ້າສານໄວ້ເພື່ອບໍລິໂພກເອງ, ຕາມການເປີດເຜີຍຂອງຂະແໜງອຸດສາຫະກຳ ແລະ ການຄ້າ.ໃນໄລຍະຜ່ານມາ ລາວໄດ້ສົ່ງອອກເຂົ້າສານພຽງແຕ່ 1,350 ໂຕນໄປປະເທດຈີນ ໃນຈຳນວນໂກຕາການສົ່ງອອກທັງໝົດ 50,000 ໂຕນຕາມຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍະພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຈີນ (COFCO).ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-limits-rice-exports-due-short-supply-104201
ລັດຖະບານ ແລະ ອົງການຈັດຕັ້ງສາກົນ ກະກຽມໂຄງການກະສິກຳທາງເລືອກສຳລັບລະບົບການຜະລິດເຂດພູດອຍ
ລັດຖະບານລາວ ຮ່ວມກັບອົງການສິ່ງແວດລ້ອມໂລກ ແລະ ອົງການອາຫານ ແລະ ການກະເສດສະຫະປະຊາຊາດ ຈັັດຕັ້ງໂຄງການ “ກະສິກຳທາງເລືອກທີ່ສາມາດປັບຕໍ່ສະພາບອາກາດ ສຳລັບລະບົບການຜະລິດເຂດພູດອຍ ໃນ ສປປ ລາວ.”ຈຸດປະສົງຕົ້ນຕໍຂອງໂຄງການ ແມ່ນເພື່ອເສີມຂະຫຍາຍຄວາມສາມາດໃນການຮອງຮັບ ຂອງຊຸມຊົນເຂດພູດອຍ ທີ່ອ່ອນໄຫວຕໍ່ຜົນຈາກການປ່ຽນແປງຂອງສະພາບອາກາດ ໃນລະບົບການຜະລິດເຂດພູດອຍ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ນ້ຳຖ້ວມປີກາຍເຮັດໃຫ້ລາຄາເຂົ້າຂຶ້ນສອງເທົ່າ
ລາຄາເຂົ້າສານໜຽວປັບຕົວສູງຂຶ້ນໃນລາວ, ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ໃນດິນແດນທີ່ອຸດົມສົມບູນທີ່ສຸດໃນພາກພື້ນ ແລະ ສາເຫດອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນລາຄາອາຫານສ່ວນໃຫຍ່ທີ່ປັບຕົວສູງຂຶ້ນ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຈີນ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໃນຊ່ວງປີຜ່ານມາ.ເຈົ້າຂອງຮ້ານຂາຍເຂົ້າຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ລາຄາເຂົ້າສານແມ່ນເພີ່ມຂຶ້ນສອງເທົ່າ. ບາງເທື່ອອາດຂຶ້ນເຖິງສາມເທົ່າຕົວ. ປະຈຸບັນຢູ່ນະຄອນຫຼວງ ລາຄາເຂົ້າສານໜຽວໜຶ່ງໝື່ນແມ່ນຢູ່ທີ່ $13 ໂດລາ, ເພີ່ມຂຶ້ນຈາກ $7 ໂດລາໃນທ້າຍປີກາຍ.”ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-sticky-rice-price-increase-09052019094704.html