ນ້ຳຖ້ວມປີກາຍເຮັດໃຫ້ລາຄາເຂົ້າຂຶ້ນສອງເທົ່າ

ລາຄາເຂົ້າສານໜຽວປັບຕົວສູງຂຶ້ນໃນລາວ, ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ໃນດິນແດນທີ່ອຸດົມສົມບູນທີ່ສຸດໃນພາກພື້ນ ແລະ ສາເຫດອື່ນໆທີ່ກ່ຽວຂ້ອງ, ຄຽງຄູ່ກັນລາຄາອາຫານສ່ວນໃຫຍ່ທີ່ປັບຕົວສູງຂຶ້ນ ເນື່ອງຈາກການລະບາດຂອງພະຍາດອະຫິວາໝູອາຟຼິກາໃນຈີນ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ໃນຊ່ວງປີຜ່ານມາ.

ເຈົ້າຂອງຮ້ານຂາຍເຂົ້າຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວວ່າ, “ລາຄາເຂົ້າສານແມ່ນເພີ່ມຂຶ້ນສອງເທົ່າ. ບາງເທື່ອອາດຂຶ້ນເຖິງສາມເທົ່າຕົວ. ປະຈຸບັນຢູ່ນະຄອນຫຼວງ ລາຄາເຂົ້າສານໜຽວໜຶ່ງໝື່ນແມ່ນຢູ່ທີ່ $13 ໂດລາ, ເພີ່ມຂຶ້ນຈາກ $7 ໂດລາໃນທ້າຍປີກາຍ.”

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/laos-sticky-rice-price-increase-09052019094704.html