ໄພນ້ຳຖ້ວມ, ການຂາດແຄນນ້ຳ ເຮັດໃຫ້ການເກັບກ່ຽວເຂົ້າໄດ້ໜ້ອຍລົງ: ກະຊວງ

ວຽງຈັນ (ວຽງຈັນທາມສ໌/ANN) – ວານນີ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນປ້ອງກັນການຕັດສິນໃຈໃນການຫຼຸດຜ່ອນເປົ້າໝາຍການຜະລິດເຂົ້າສຳລັບປີ 2019 ຢ່າງຫຼີກລ່ຽງບໍ່ໄດ້ ຍ້ອນໄພນ້ຳຖ້ວມທີ່ຮ້າຍແຮງທີ່ເກີດຂຶ້ນໃນປີນີ້ ​ແລະ ປີຜ່ານມາ.

ໃນຂະນະດຽວກັນ ທາງພາກເໜືອກໍກຳລັງປະສົບພາວະຂາດແຄນນ້ຳ.

ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະເໜີຕໍ່ທີ່ປະຊຸມສະພາແຫ່ງຊາດວ່າ ໄພນ້ຳຖ້ວມໃນພື້ນທີ່ອັນກວ້າງຂວາງ ບວກກັບບັນຫາການຂາດແຄນນ້ຳ ເຮັດໃຫ້ກະຊວງຕ້ອງຫຼຸດຜ່ອນເປົ້າໝາຍການຜະລິດເຂົ້າ.

ອ່ານຕໍ່…

ເອກະພອນ ພູທອນສີ