ລາວຈຳກັດການສົ່ງອອກເຂົ້າສານ ເນື່ອງຈາກການສະໜອງທີ່ຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດສົ່ງເສີມກະສິກຳໃນລາວຫຼາຍແຫ່ງໄດ້ຈຳກັດປະລິມານການສົ່ງອອກເຂົ້າສານ ເນື່ອງຈາກຄວາມຂາດແຄນດ້ານການສະໜອງພາຍໃນປະເທດ ທ່າມກາງຄວາມຕ້ອງການທີ່ສູງຈາກຕ່າງປະເທດ.

ລາຄາເຂົ້າທີ່ເພີ່ມສູງຂຶ້ນ ແລະ ຜົນກະທົບຈາກໄພນ້ຳຖ້ວມໃນປະເທດໃນລະດູຝົນນີ້ ແມ່ນສາເຫດຕົ້ນຕໍທີ່ຊາວກະສິກອນເກັບສຳຮອງເຂົ້າສານໄວ້ເພື່ອບໍລິໂພກເອງ, ຕາມການເປີດເຜີຍຂອງຂະແໜງອຸດສາຫະກຳ ແລະ ການຄ້າ.

ໃນໄລຍະຜ່ານມາ ລາວໄດ້ສົ່ງອອກເຂົ້າສານພຽງແຕ່ 1,350 ໂຕນໄປປະເທດຈີນ ໃນຈຳນວນໂກຕາການສົ່ງອອກທັງໝົດ 50,000 ໂຕນຕາມຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ບໍລິສັດທັນຍະພືດ, ນ້ຳມັນ ແລະ ສະບຽງອາຫານແຫ່ງຊາດຈີນ (COFCO).

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/laos-limits-rice-exports-due-short-supply-104201