ລັດຖະບານປ່ອຍເຂົ້າສານອອກຈາກຄັງ ເພື່ອຫຼຸດຜ່ອນລາຄາໃນທ້ອງຕະຫຼາດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ອະນຸມັດການປ່ອຍຂາຍເຂົ້າສານອອກຈາກຄັງຈຳນວນ 2,000​ ໂຕນ ເພື່ອຫຼຸດຜ່ອນລາຄາເຂົ້າໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ ເນື່ອງຈາກການຂາດແຄນການສະໜອງເຮັດໃຫ້ລາຄາເຂົ້າ ຖີບຕົວສູງຂຶ້ນກວ່າ 20 ສ່ວນຮ້ອຍທຽບກັບລາຄາປົກກະຕິ.

ບາດກ້າວດັ່ງກ່າວກໍ່ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ຜູ້ບໍລິໂພກ ແລະ ຫຼຸດຜ່ອນພາລະສຳລັບຜູ້ທີ່ມີລາຍໄດ້ໜ້ອຍ ແລະ ປານກາງ.

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ບໍລິສັດ ຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມກະສິກຳ ຈຳກັດ ປ່ອຍເຂົ້າສານ 2,000 ໂຕນ ພາຍຫຼັງຂໍ້ສັນຍາທີ່ລັດຖະບານ ແລະ ບໍລິສັດໄດ້ເຊັນຕົງລົງກັນມີຜົນນຳໃຊ້.

ລາຄາເຂົ້າສານໜຽວລະດັບສອງ ທີ່ວາງຂາຍໃນຫ້າຈຸດໃນນະຄອນຫຼວງວຽງຈັນແມ່ນ 6,500 ກີບຕໍ່ກີໂລ ສຳລັບຊ່ວງວັນທີ 23-30 ກັນຍານີ້. ລາຄາດັ່ງກ່າວແມ່ນຕ່ຳກວ່າລາຄາຕະຫຼາດປະຈຸບັນ 2,000 ກີບ.

ອ່ານຕໍ່…

 

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-govt-releases-stockpiled-rice-lower-market-price-105063