ການຍົກລະດັບການປູກເຂົ້າທາງພາກເໜືອ ປະສົບຄວາມສຳເລັດຈາກການປູກແນວພັນເຂົ້າໄກ່ນ້ອຍ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຢູ່ສອງແຂວງພາກເໜືອຄື ແຂວງຊຽງຂວາງ ແລະ ຫົວພັນ ມີຜົນຜະລິດທີ່ເພີ່ມຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບ ຈາກເຈັດແນວພັນເຂົ້າພື້ນເມືອງ ເຂົ້າໄກ່ນ້ອຍ.

ການລິເລີ່ມດ້ານກະສິກຳ-ຊິວະນາໆພັນ (TABI) ສືບຕໍ່ໂຄງການຊ່ວຍເຫຼືອຊາວກະສິກອນແຂວງຊຽງຂວາງ ແລະ ຫົວພັນ ເພື່ອປັບປຸງຄຸນນະພາບແນວພັນເຂົ້າໄກ້ນ້ອຍ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນຊຸມຊົນ ແລະ ຜົນຕອບແທນທີ່ສູງຂຶ້ນສຳລັບຊາວກະສິກອນ.

ໂຄງການດັ່ງກ່າວ ໄດ້ມີການຂະຫຍາຍຢູ່ໃນເກົ້າຕົວເມືອງໃນສອງແຂວງ ໂດຍຜ່ານເຄືອຂ່າຍການພັດທະນາການຜະລິດແນວພັນເຂົ້າໄກ່ນ້ອຍ.

ອ່ານຕໍ່…

ໂຕະຂ່າວ