Vientiane Times/ANN

ທະນາຄານໃນລາວ ຮ່ວມມືໃນການຈັດຕັ້ງລະບົບການຈ່າຍເງິນລວມສູນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ໃນຖານະທະນາຄານກາງແຫ່ງລັດ ໄດ້ເປີດໂຕວິສາຫະກິດຮ່ວມປະສົມ ພາຍໃຕ້ຊື່ ບໍລິສັດເຄືອຂ່າຍການຊຳລະເງິນແຫ່ງຊາດ ຈຳກັດ (LAPNet) ພາຍໃຕ້ການຮ່ວມມືກັບເຈັດທະນາຄານໃຫຍ່ໃນລາວ.ບໍລິສັດດັ່ງກ່າວແມ່ນແນໃສ່ຈັດຕັ້ງລະບົບການຊຳລະສະສາງທີ່ມີປະສິດທິຜົນຍິ່ງຂຶ້ນ ແລະ ເຮັດໃຫ້ການຊຳລະເງິນແບບອິເລັກໂທຼນິກຜ່ານບັນດາທະນາຄານ ມີຄວາມສະດວກ ແລະ ລວມສູນຍິ່ງຂຶ້ນ.ທະນາຄານແຫ່ງລັດ ແລະ ເຈັດທະນາຄານໃຫຍ່ ໄດ້ຮ່ວມກັນລົງທຶນໃສ່ບໍລິສັດ LAPNet ເພື່ອຈຸດປະສົງເຮັດໃຫ້ລະບົບການຊຳລະສະສາງມີຄວາມວ່ອງໄວ, ໜ້າເຊື່ອຖື ແລະ ສະດວກຍິ່ງຂຶ້ນ.ທະນາຄານທີ່ເຂົ້າຮ່ວມມີຄື ທະນາຄານການຄ້າຕ່ງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານເອັສ໌ທີ ແລະ ທະນາຄານ ບີຊີໄອ (ລາວ) ຈຳກັດ.ອ່ານຕໍ່ ...

ໂຕະຂ່າວ

ກົດໝາຍໃໝ່ ກ່ຽວກັບຮູບເງົາ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກຳຮູບເງົາໃນລາວ: ລັດຖະມົນຕີກະຊວງວັດທະນະທຳ

ວຽງຈັນ (ວຽງຈັນທາມສ໌/ANN) – ອຸດສາຫະກຳຮູບເງົາຂອງລາວ ຈະໄດ້ຮັບການສົ່ງເສີມໃນຊຸມປີຕໍ່ໜ້າ ພາຍຫຼັງການນຳສະເໜີກົດໝາຍວ່າດ້ວຍຮູບເງົາ, ຕາມທ່ານ ສ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ໃນວັນພຸດນີ້ ທ່ານ ສ.ປອ ກິແກ້ວ ທີ່ຫາກໍ່ຂຶ້ນຮັບຕຳແໜ່ງໃນກະຊວງໃນຕົ້ນເດືອນນີ້, ໄດ້ສະແດງຄວາມໝັ້ນໃຈກ່ຽວກັບຜົນປະໂຫຍດ ທີ່ຈະໄດ້ຈາກກົດໝາຍສະບັບດັ່ງກ່າວ ໃນການນຳສະເໜີກົດໝາຍວ່າດ້ວຍຮູບເງົາ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ເພື່ອພິຈາລະນາຮັບຮອງ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເຂື່ອນໄຟຟ້ານ້ຳພາໃຫຍ່ ເລີ່ມການຜະລິດກະແສໄຟຟ້າຢ່າງເປັນທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂື່ອນໄຟຟ້ານ້ຳພາໃຫຍ່ ແຂວງໄຊສົມບູນ ໄດ້ເລີ່ມການຜະລິດກະແສໄຟຟ້າຢ່າງເປັນທາງການ ພາຍຫຼັງທີ່ສຳເລັດການກໍ່ສ້າງ ໃນເດືອນກັນຍາທີ່ຜ່ານມາ.ພິທີເປີດເຂື່ອນດັ່ງກ່າວ ໄດ້ຈັດຂຶ້ນໃນອາທິດແລ້ວນີ້ ທີ່ບ້ານພານ້ອຍ ເມືອງລ່ອງແຈ້ງ ແຂວງໄຊສົມບູນ, ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ຈັນສີ ໂພສີຄຳ ສະມາຊິກຫ້ອງການກົມການເມືອງ ແລະ ຫົວໜ້າຈັດຕັ້ງ ແລະ ບຸກຄະລາກອນ ຄະນະກຳມະການສູນກາງພັກ, ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານພົນເອກ ຄຳລຽງ ອຸທະໄກສອນ ເຈົ້າແຂວງແຂວງໄຊສົມບູນ, ແລະ ທ່ານ ໄຊຍະສິງ ຊະນະແກ້ວ ປະທານບໍລິສັດກຸ່ມ D.S.K.ອ່ານຕໍ່ ...

ໂຕະຂ່າວ

ລັດຖະບານ, ຄູ່ຮ່ວມພັດທະນາສາກົນ ທົບທວນຄວາມຄືບໜ້າໃນການດຳເນີນການເພື່ອບັນລຸເປົ້າໝາຍການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ດຳເນີນການເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນທຸກໆຂະແໜງການ ກໍຄືເສີມຂະຫຍາຍການສ້າງຄວາມສາມາດ ແລະ ຍົກລະດັບຄວາມຮູ້ ໃນຂົງເຂດການປ່ຽນແປງຂອງສະພາບອາກາດ.ໃນພິທີປິດກອງປະຊຸມໂຕະມົນ 2019 ໃນວັນອັງຄານນີ້, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ ໜຶ່ງໃນບັນດາເປົ້າໝາຍການພັດທະນາທີ່ສຳຄັນທີ່ສຸດສຳລັບປະເທດລາວ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ແຫ່ງຊາດໃນຫົວຂໍ້ທີ່ມີຊື່ວ່າ “ມີຊີວິດທີ່ປອດໄພ ຈາກລະເບີດທີ່ບໍ່ທັນແຕກ.”ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດຖະບານ ສະເໜີໃຫ້ດັດແກ້ ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ສະເໜີໃຫ້ສະພາແຫ່ງຊາດ ອະນຸມັດການດັດແກ້ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ, ໂດຍຫວັງວ່າການແກ້ໄຂກົດໝາຍດັ່ງກ່າວ ຈະຊ່ວຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ.ໃນວັນອັງຄານນີ້ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸດຕິທຳ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດສະບັບດັດແກ້ ຕໍ່ນັກກົດໝາຍສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ.ອ່ານຕໍ່   ...

ເອກະພອນ ພູທອນສີ

ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງເກົາຫຼີ ສະຫຼຸບໂຄງການຮ່ວມມື ດ້ານການທະນາຄານໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງເກົາຫຼີ ໄດ້ຮ່ວມແລກປ່ຽນຜົນໄດ້ຮັບຈາກໂຄງການຮ່ວມມື ເພື່ອສົ່ງເສີມຄວາມຮູ້ – ທະນາຄານແຫ່ງເກົາຫຼີ 2019 (BOK-KPP) ໃນໄລຍະເຈັດເດືອນທີ່ຜ່ານມາ ກັບພາກສ່ວນທີ່ກ່ຽວຂ້ອງ.ພາຍຫຼັງສິ້ນສຸດໂຄງການ ທີ່ເລີ່ມດຳເນີນມາແຕ່ເດືອນພຶດສະພາ, ໄດ້ມີການຈັດກອງປະຊຸມສຳມະນາ ເພື່ອເຜີຍແຜ່ຜົນໄດ້ຮັບຈາກໂຄງການດັ່ງກ່າວ ແລະ ໃຫ້ຄຳແນະນຳທາງດ້ານນະໂຍບາຍ.ອ່ານຕໍ່ ...

ໂຕະຂ່າວ

ບຸນກິນຈຽງເຜົ່າມົ້ງ ຈັດຂຶ້ນທີ່ສວນພຶກສາ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນອາທິດແແລ້ວນີ້ ທີ່ສວນພຶກສາ ສວນທ່ອງທ່ຽວຊື່ດັງ ໄດ້ມີການຈັດງານສະເຫຼີມສະຫຼອງບຸນກິນຈຽງ (ຊົນເຜົ່າມົ້ງ) ປະຈຳປີຂຶ້ນ ພ້ອມດ້ວຍການສະແດງ ແລະ ກິດຈະກຳຕ່າງໆທີ່ມີສີສັນ.ງານບຸນດັ່ງກ່າວ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 22-24 ພະຈິກນີ້ ເພື່ອສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີຂອງຊົນເຜົ່າມົ້ງ ກໍຄືເພື່ອສົ່ງເສີມການທ່ອງທ່ຽວໃນເມືອງນາຊາຍທອງ ແລະ ໃນນະຄອນຫຼວງວຽງຈັນໂດຍລວມ. ກິດຈະກຳດັ່ງກ່າວມີຜູ້ສົນໃຈເຂົ້າຮ່ວມຢ່າງຫຼວງຫຼາຍ.ອ່ານຕໍ່ ...

ໂຕະຂ່າວ

ເຮືອນປະຊາຊົນ 71 ຫຼັງ ພັງເສຍຫາຍຈາກເຫດແຜ່ນດິນໄຫວຢູ່ໄຊຍະບູລີ

ວຽງຈັນ (ວຽງຈັນທາມສ໌/ANN) – ຈາກການປະເມີນຄວາມເສຍຫາຍຫຼ້າສຸດ ຈາກເຫດແຜ່ນດິນໄຫວ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ມີເຮືອນພັງເສຍຫາຍທັງໝົດ 71 ຫຼັງ, ມີຜູ້ໄດ້ຮັບບາດເຈັບເຈັດຄົນ.ຕາມການລາຍງານຂອງຫ້ອງການເມືອງຫົງສາ, ເຫດແຜ່ນດິນໄຫວຂະໜາດ 6.4 ແລະ 5.9 ຕາມຫົວໜ່ວຍວັດແທກ ຣິກເຕີ ແມ່ນເກີດຂຶ້ນຢູ່ເມືອງດັ່ງກ່າວ ໃນຕອນເຊົ້າຂອງວັນທີ 21 ພະຈິກນີ້.ຕາມບົດລາຍງານ ເຜີຍວ່າມີ 71 ຫຼັງຄາເຮືອນ ໃນ 14 ບ້ານໄດ້ຮັບຄວາມເສຍຫາຍ, ນອກນັ້ນຍັງມີຫ້ອງການສີ່ແຫ່ງ, ສຸກສາລາສີ່ແຫ່ງ, ໂຮງຮຽນສີ່ແຫ່ງ ແລະ ວັດອີກຫ້າແຫ່ງ ທີ່ໄດ້ຮັບຜົນກະທົບ.ມີ 95 ຄອບຄົວໄດ້ຮັບຜົນກະທົບຍ້ອນຊັບສິນພັງເສຍຫາຍ ຫຼື ສູນເສຍເຄື່ອງຂອງ, ເຊິ່ງອຳນາດການປົກຄອງທ້ອງຖິ່ນ ກຳລັງປະເມີນມູນຄ່າຄວາມເສຍຫາຍທັງໝົດ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຮ່ວມປະຊຸມທີ່ນະຄອນວຽງຈັນ ເພື່ອຜັນຂະຫຍາຍວາລະການພັດທະນາຊຸມຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າຈາກບັນດາປະເທດໃນພາກພື້ນແມ່ນ້ຳຂອງ ຮ່ວມກັນສົ່ງເສີມຄວາມເຂົ້າໃຈ ແລະ ແລກປ່ຽນປະສົບການ ແລະ ວິທີການການປະຕິບັດ ໃນກອງປະຊຸມສຳມະນາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງວ່າດ້ວຍການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນ ທີ່ນະຄອນຫຼວງວຽງຈັນ ໃນວັນສຸກແລ້ວນີ້.ວິທີການປະຕິບັດ ແມ່ນແນໃສ່ເສີມຂະຫຍາຍການຮ່ວມມື ໃນຂົງເຂດການພັດທະນາພາຍໃຕ້ການຂັບເຄື່ອນຂອງຊຸມຊົນ ເຊິ່ງເປັນຮູບແບບທີ່ມີປະສິດທິພາບໃນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ຮັງກາລີ ຮ່ວມກັນສົ່ງເສີມຄວາມປອດໄພຂອງອາຫານ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຮັງກາລີ ໄດ້ລົງນາມໃນຂໍ້ຕົກລົງໃນອາທິດແລ້ວນີ້ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືໃນດ້ານຄວາປອດໄພຂອງອາຫານ.ຂໍ້ຕົກລົງດັ່ງກ່າວ ໄດ້ຜ່ານການລົງນາມໃນລະຫວ່າງຢ້ຽມຢາມປະເທດຮັງກາລີ ຂອງທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຕາມການເປີດເຜີຍຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ChjE2
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!