Vientiane Times/ANN

ສະພາແຫ່ງຊາດ ຮັບຮອງເອົາບົດລາຍງານກ່ຽວກັບການສຳປະທານທີ່ດິນ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນອັງຄານນີ້ ສະພາແຫ່ງຊາດໄດ້ຮັບຮອງເອົາຜົນຂອງບົດລາຍງານ ກ່ຽວກັບການກວດກາການເຊົ່າ ແລະ ສຳປະທານທີ່ດິນ ສຳລັບນັກພັດທະນາ.ພາຍຫຼັງຮັບຟັງການນຳສະເໜີບົດລາຍງານ, ສະມາຊິກສະພາໄດ້ມີການແລກປ່ຽນຄຳເຫັນກ່ຽວກັບຫົວຂໍ້ດັ່ງກ່າວ ເຊິ່ງບາງທ່ານກໍໃຫ້ຄຳເຫັນວ່າ ຄວນມີການກຳນົດມາດຕະການທີ່ຈະແຈ້ງ ໃນການລົງໂທດຜູ້ທີ່ລະເມີດຕໍ່ສັນຍາຕາມລະບຽບກົດໝາຍ.ອ່ານຕໍ່ ...

ໂຕະຂ່າວ

ການເຜີຍແຜ່ກົດໝາຍໃໝ່ ເພື່ອສົ່ງເສີມການເກັບກຳອາກອນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບທະນາຄານໂລກ ໄດ້ເຜີຍແຜ່ກົດໝາຍໃໝ່ກ່ຽວກັບການເກັບກຳອາກອນ ໃນວັນພະຫັດນີ້ ເຊິ່ງຈະມີຜົນບັງຄັບໃຊ້ໃນຕົ້ນປີໜ້າ ພາຍຫຼັງຜ່ານຮັບຮອງໂດຍສະພາແຫ່ງຊາດ ໃນເດືອນມິຖຸນາທີ່ຜ່ານມາ.ເຈົ້າໜ້າທີ່ກົມສ່ວນສາອາກອນ ເປັນປະທານໃນກອງປະຊຸມ ເຊິ່ງມີຜູ້ຕາງໜ້າຈາກຫົວໜ່ວຍທຸລະກິດ 300 ແຫ່ງ ເພື່ອຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ), ກົດໝາຍວ່າດ້ວຍພາສີອາກອນ ແລະ ກົດໝາຍວ່າດ້ວຍອາກອນລາຍຮັບ.ອ່ານຕໍ່ ...

ໂຕະຂ່າວ

ເຮືອນ 13 ຫຼັງໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຂະໜາດ 6.4 ຢູ່ແຂວງໄຊຍະບູລີ

ເຮືອນຈຳນວນ 13 ຫຼັງຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບຄວາມເສຍຫາຍຈາກເຫດແຜ່ນດິນໄຫວຂະໜາດ 6.4 ແລະ 5.9 ຕາມຫົວໜ່ວຍຣິກເຕີ ໃນເມືອງດັ່ງກ່າວ ໃນຕອນເຊົ້າຂອງວັນພະຫັດນີ້. ມີສອງຄົນໄດ້ຮັບບາດເຈັບເລັກນ້ອຍ ຈາກເຫດດັ່ງກ່າວ.ທ່ານ ແຫຼ້ ອ່ອນສົມບູນ ຫົວໜ້າຫ້ອງການປົກຄອງເມືອງຫົງສາ ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌, ຈາກການປະເມີນເບື້ອງຕົ້ນເຜີຍວ່າ ມີເຮືອນຈຳນວນ 13 ຫຼັງ ແລະ ວັດສີ່ແຫ່ງ ໄດ້ຮັບຄວາມເສຍຫາຍ ຢູ່ບ້ານສີມຸງຄຸນ, ສີບຸນເຮືອງ, ແທ່ນຄຳ, ນາແຄນຄຳ ແລະ ເມືອງຫານ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ການສູນເສຍພື້ນທີ່ເຂົ້າປູກ ເຮັດໃຫ້ຜົນຜະລິດຕົກຕ່ຳ,​ ລັດຖະມົນຕີລາຍງານຕໍ່ສະພາແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນຊ່ວງລະດູຝົນປີນີ້ ມີພື້ນທີ່ໄຮ່ນາ 105,206 ເຮັກຕາ ຖືກເສຍຫາຍຈາກໄພນ້ຳຖ້ວມ, ນີ້ໝາຍເຖິງຜົນຜະລິດເຂົ້າຂອງລາວຈະບໍ່ສາມາດບັນລຸຕາມເປົ້າໝາຍການຜະລິດປີ 2019 ທີ່ວາງໄວ້ 4.4 ລ້ານໂຕນ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານຂໍ້ມູນຕໍ່ທີ່ປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໃນອາທິດແລ້ວນີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ແຂວງໄຊຍະບູລີ ມີແຜນຈັດຂະບວນແຫ່ຊ້າງຢ່າງຍິ່ງໃຫຍ່ ໃນງານບຸນຊ້າງທີ່ຈະມາເຖິງ

ວຽງຈັນ (ວຽງຈັນທາມສ໌/ANN) – ບຸນຊ້າງປະຈຳປີ ຢູ່ໄຊຍະບູລີ ຈະມີການຈັດສະແດງຂະບວນຊ້າງທີ່ຍິ່ງໃຫຍ່ ແລະ ໄດ້ບັນຍາກາດ ເຊິ່ງໃນຕໍ່ໜ້າຈະມີການສະແດງຊ້າງເຜືອກທີ່ຫາຍາກ.ບຸນຊ້າງຈະຈັດຂຶ້ນໃນວັນທີ 22-28 ກຸມພາ, ທ່ານ ຍັນຍອງ ສີປະເສີດ ຮອງເຈົ້າແຂວງແຂວງໄຊຍະບູລີ ກ່າວໃນກອງປະຊຸມຖະແຫຼງຂ່າວຂອງແຂວງ ໃນວັນອັງຄານນີ້.ບຸນຊ້າງຄັ້ງທີ 14 ນີ້ ຈະມີການຈັດກິດຈະກຳຫຼາຍຮູບຫຼາຍສີ ເຊັ່ນ ການສະແດງຊ້າງ ແລະ ການວາງສະແດງສິນຄ້າໜຶ່ງເມືອງ, ໜຶ່ງຜະລິດຕະພັນ (ODOP).ອ່ານຕໍ່ ...

ໂຕະຂ່າວ

ກະຊວງດຳເນີນການປາບປາມ ການເຂົ້າເມືອງແບບຜິດກົດໝາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປີນີ້ ມີການສະກັດກັ້ນການເຂົ້າປະເທດລາວແບບຜິດກົດໝາຍປະມານ 3,000 ຄົນ ຈາກ 79 ປະເທດ ແລະ ອີກ 1,000 ກວ່າຄົນຖືກສັ່ງຫ້າມເຂົ້າປະເທດລາວໂດຍຖາວອນ, ຕາມທ່ານພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.ຕໍ່ກອງປະຊຸມສະພາແຫ່ງຊາດ,​ ທ່ານໄດ້ໃຫ້ຂໍ້ມູນວ່າໃນປີນີ້ ມີ 3,342 ຄົນຖືກສະກັດກັ້ນບໍ່ໃຫ້ເຂົ້າປະເທດ ແລະ ອີກ 1,409 ຄົນ ຈາກ 17 ປະເທດ ຖືກສັ່ງຫ້າມບໍ່ໃຫ້ເຂົ້າປະເທດລາວເປັນການຖາວອນ.ໃນປີຜ່ານມາ ​ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ໃນການຕິດຕາມ ແລະ ຂຶ້ນທະບຽນຊາວຕ່າງປະເທດຢ່າງໃກ້ຊິດ, ເພື່ອຄຸ້ມຄອງການເຂັ້າເມືອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ສານປະຊາຊົນ ຊ່ວຍແກ້ໄຂບັນຫາສັງຄົມທີ່ເກີດຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ບັນຫາສັງຄົມທີ່ເກີດຂຶ້ນໃນລາວສ່ວນໃຫຍ່ແມ່ນບັນຫາຂີ້ລັກ, ຢາເສບຕິດ, ເງິນກູ້ ແລະ ການຢ່າຮ້າງ, ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນວັນພຸດນີ້.ບັນຫາດັ່ງກ່າວ ໄດ້ມີການສະຫຼຸບໃນບົດລາຍງານຂອງທ່ານຄຳພາ ກ່ຽວກັບວຽກງານສານປະຊາຊົນໃນປີ 2019 ແລະ ແຜນການສຳລັບປີ 2020.ອ່ານຕໍ່ ...

ໂຕະຂ່າວວຽຈັນທາມສ໌

ຊ່າງຫັດຖະກຳເງິນ ໝາຍຕາຕະຫຼາດການສົ່ງອອກທີ່ໜ້າດຶງດູດ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຜະລິດຂັນສຳລັບຕັກບາດໃນລາວ ຫວັງຂະຫຍາຍຕະຫຼາດໄປສູ່ຕ່າງປະເທດທີ່ໜ້າດຶງດູດ ພາຍຫຼັງມີການຕອບຮັບທີ່ດີຈາກລູກຄ້າຈາກປະເທດໄທ.“ພວກເຮົາຫວັງຈະສົ່ງອອກ ເຄື່ອງຫັດຖະກຳທອງເຫຼືອງ, ທອງແດງ ແລະ ເຄື່ອງເງິນ ໄປຕ່າງປະເທດ ພາຍຫຼັງພົບວ່າສິນຄ້າຂອງພວກເຮົາ ໄດ້ຮັບການຕອບຮັບທີ່ດີໃນງານວາງສະແດງ ທີ່ປະເທດໄທ,” ທ່ານນາງ ທິບພາພອນ ຊຸມພົນພັກດີ ຕາງໜ້າບໍລິສັດເຄື່ອງຫັດຖະກຳເງິນ-ຄຳ ວຽງສະຫວັນ ຈຳກັດ ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌.ອ່ານຕໍ່ ...

ສຸກສະໄໝ ບູລົມ

ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ຮ່ວມມືກັບ AOTS ແລະ TPA ໃນການພັດທະນາການຈ້າງງານແບບມືອາຊີບ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າຈາກຂະແໜງທຸລະກິດແຂວງອຸດົມໄຊ ເຂົ້າຮ່ວມໃນໂຄງການຝຶກອົບຮົມ ເພື່ອພັດທະນາຄຸນນະພາບທາງອາຊີບ ທີ່ຈຳເປັນສຳລັບການດຳເນີນກິດຈະການຂອງເຂົາເຈົ້າ.ໂຄງການຝຶກອົບຮົມດັ່ງກ່າວ ເຊິ່ງຈະດຳເນີນແຕ່ວັນທີ 18 ເຖິງ 22 ພະຈິກນີ້, ແມ່ນຮ່ວມກັນຈັດໂດຍ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໂດຍຮ່ວມມືກັບສະມາຄົມເພື່ອການຮ່ວມມືທາງດ້ານວິຊາການຕ່າງປະເທດ ແລະ ການມີສ່ວນຮ່ວມແບບຍືນຍົງ (AOTS) ປະເທດຍີ່ປຸ່ນ. ການຝຶກອົບຮົບດັ່ງກ່າວ ແມ່ນຈັດຕັ້ງປະຕິບັດໂດຍສະມາຄົມສົ່ງເສີມເທັກໂນໂລຢີ (ໄທ-ຍີ່ປຸ່ນ) (TPA).ອ່ານຕໍ່ ...

ໂຕະຂ່າວ

ກອງປະຊຸມພາກພື້ນ ສ້າງຄວາມເຂັ້ມແຂງດ້ານການປົກປ້ອງທາງສັງຄົມ ສຳລັບເດັກນ້ອຍທີ່ອ່ອນແອ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກຊ່ຽວຊານດ້ານສະຫວັດດີການສັງຄົມຈາກລາວ ແລະ ບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມກອງປະຊຸມ ທີ່ນະຄອນຫຼວງວຽງຈັນ ໃນວັນຈັນນີ້ ເພື່ອເສີມຂະຫຍາຍຄວາມພະຍາຍາມ ໃນການປົກປ້ອງຜູ້ອ່ອນແອ ໃນທົ່ວພາກພື້ນ.ໃນການກ່າວຄຳເຫັນໃນກອງປະຊຸມ GO-NGO ອາຊຽນ ຄັ້ງທີ 14 ກ່ຽວກັບວຽກງານສະຫວັດດີການສັງຄົມ ແລະ ການພັດທະນາ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃນການປົກປ້ອງທາງສັງຄົມ ສຳລັບເດັກທີ່ອ່ອນແອໃນພາກພື້ນອາຊຽນ”, ທ່ານ ວົງຄຳ ພັນທະນູວົງ ຮອງຫົວໜ້າກົມສະຫວັດດີການສັງຄົມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະແດງຄວາມຂອບໃຈຕໍ່ບັນແຂກຜູ້ເຂົ້າຮ່ວມ ກໍຄືກະຊວງການຕ່າງປະເທດ, ເລຂາທິການອາຊຽນ ແລະ ສະພາສະຫວັດດີການສັງຄົມສາກົນ ໃນການເອື້ອເຟື້ອຊັບພະຍາກອນເພື່ອການຈັດກອງປະຊຸມໃນຄັ້ງນີ້.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

nhwrW
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!