ຊ່າງຫັດຖະກຳເງິນ ໝາຍຕາຕະຫຼາດການສົ່ງອອກທີ່ໜ້າດຶງດູດ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຜະລິດຂັນສຳລັບຕັກບາດໃນລາວ ຫວັງຂະຫຍາຍຕະຫຼາດໄປສູ່ຕ່າງປະເທດທີ່ໜ້າດຶງດູດ ພາຍຫຼັງມີການຕອບຮັບທີ່ດີຈາກລູກຄ້າຈາກປະເທດໄທ.“ພວກເຮົາຫວັງຈະສົ່ງອອກ ເຄື່ອງຫັດຖະກຳທອງເຫຼືອງ, ທອງແດງ ແລະ ເຄື່ອງເງິນ ໄປຕ່າງປະເທດ ພາຍຫຼັງພົບວ່າສິນຄ້າຂອງພວກເຮົາ ໄດ້ຮັບການຕອບຮັບທີ່ດີໃນງານວາງສະແດງ ທີ່ປະເທດໄທ,” ທ່ານນາງ ທິບພາພອນ ຊຸມພົນພັກດີ ຕາງໜ້າບໍລິສັດເຄື່ອງຫັດຖະກຳເງິນ-ຄຳ ວຽງສະຫວັນ ຈຳກັດ ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຖົງເຊືອກໃສ່ເຄື່ອງແຂວງອຸດົມໄຊ ເປັນທີ່ນິຍົມໃນກຸ່ມລູກຄ້າຍີ່ປຸ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຊາວບ້ານແຂວງອຸດົມໄຊ ປະສົບຄວາມສຳເລັດໃນການຂາຍຖົງເຊືອກໃສ່ເຄື່ອງຂະໜາດຕ່າງໆ ແລະ ຜະລິດຕະພັນຝ້າຍ, ທັງພາຍໃນ ແລະ ຢູ່ປະເທດຍີ່ປຸ່ນ.ຖົງດັ່ງກ່າວແມ່ນຜະລິດມາຈາກເຄືອໄມ້ ທີ່ມີຊື່ວ່າເຄືອປຽດ ແລະ ເປັນທີ່ນິຍົມຫຼາຍໃນກຸ່ມລູກຄ້າຊາວຍີ່ປຸ່ນ  ຫຼັງຈາກທີ່ມີການປັບປ່ຽນການອອກແບບໃຫ້ມີຫຼາຍຮູບຫຼາຍຂະໜາດ.ຖົງໃສ່ເຄື່ອງດັ້ງກ່າວໄດ້ມີການວາງສະແດງໃນງານວາງສະແດງຜະລິດຕະພັນຫັດຖະກຳລາວ ນະຄອນຫຼວງວຽງຈັນໃນອາທິດແລ້ວນີ້ ເຊິ່ງທ່ານ ວິໄລເພັດ ອຸນະພອນ ຕົວແທນກຸ່ມຊາວບ້ານກ່າວວ່າໄດ້ຂາຍດີ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ງານຕະຫຼາດນັດຫັດຖະກຳລາວ ມີເປົ້າໝາຍແນໃສ່ຕະຫຼາດນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ຫົວໜ່ວຍທຸລະກິດຫັດຖະກຳ 200 ກວ່າຮ້ານຈາກທົ່ວປະເທດ ເຂົ້າຮ່ວມວາງສະແດງຜະລິດຕະພັນພື້ນເມືອງ ແລະ ຮ່ວມສະໄໝຫຼາຍຮູບແບບ ໃນງານຕະຫຼາດນັດຫັດຖະກຳລາວ ນະຄອນຫຼວງວຽງຈັນ.ງານຕະຫຼາດນັດໄລຍະ 9 ວັນ ພາຍໃຕ້ຫົວຂໍ້ “ສົ່ງເສີມຫັດຖະກຳລາວຜ່ານການທ່ອງທ່ຽວ” ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນອັງຄານນີ້, ເຊິ່ງຮ່ວມຈັດຕັ້ງໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະມາຄົມຫັດຖະກຳລາວ.ອ່ານຕໍ່ ...

ໂຕະຂ່າວ

ຄູຝຶກຊ່າງໄມ້ໄດ້ຮຽນຮູ້ຍົກລະດັບທັກສະໃໝ່ໆ

ຄູອາຈານຈາກ ໂຮງຮຽນວິຊາຊີບ 11 ແຫ່ງໄດ້ຮັບຄວາມຮູ້ ແລະ ທັກສະໃໝ່ໆຈາກຫຼັກສູດຝຶກອົບຮົມຢູ່ວຽງຈັນ ແຕ່ວັນທີ 24 ມິຖຸນາເຖິງ 30 ສິງຫາ ພາຍໃຕ້ໂຄງການຊ່ວຍເຫຼືອຂອງອົງການຮ່ວມມືສາກົນແຫ່ງປະເທດຍີ່ປຸ່ນ (JICA).ປະຈຸບັນ ຄູຝຶກຊ່າງໄມ້ (ຄູສອນ) ຊຸດດັ່ງກ່າວແມ່ນພ້ອມທີ່ຈະຖ່າຍທອດຄວາມຮູ້ທັກສະ ເພື່ອຍົກລະດັບການສຶກສາວິຊາຊີບໃນແຂວງຂອງຕົນ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ຕົວແທນກວ່າ 200 ຫົວໜ່ວຍເຂົ້າຮ່ວມວາງສະແດງຜົນງານການຕ່ຳຫູກທໍໃໝໃນງານວາງສະແດງສິນຄ້າຫັດຖະກຳ

ຕົວແທນວາງສະແດງກວ່າ 200 ຫົວໜ່ວຍຈາກທົ່ວປະເທດຈະເຂົ້າຮ່ວມໃນງານວາງສະແດງສິນຄ້າຫັດຖະກຳລາວໃນປີນີ້ ທີ່ສູນວາງສະແດງສິນຄ້າ ແລະ ການປະຊຸມລາວສາກົນ (ລາວ-ໄອເຕັກ) ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 28 ຕຸລາ ເຖິງ 3 ພະຈິກປີນີ້.ລາຍລະອຽດຂອງງານດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມຕໍ່ສື່ມວນຊົນໃນວັນສຸກແລ້ວນີ້ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ, ທ່ານ ທິບພະວັນ ອຸລາ ຮອງຫົວໜ້າກົມພັດທະນາການທ່ອທ່ຽວ ພ້ອມດ້ວຍສື່ມວນຊົນ ແລະ ເຈົ້າໜ້າທີ່ກະຊວງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຜະລິດຕະພັນແຜ່ນແພທີ່ເຮັດດ້ວຍມືຂອງແຂວງຫົວພັນ ສ້າງຊື່ສຽງໃນນິວເມັກຊິໂກ

ວຽງຈັນ (ວຽງຈັນທາມສ໌/ANN) –  ແຜ່ນແພທີ່ຕ່ຳດ້ວຍມືຂອງເມືອງຊຳໃຕ້ ແຂວງຫົວພັນ ກຳລັງເປັນທີ່ນິຍົມໃນເມືອງແຫ່ງໜຶ່ງຂອງສະຫະລັດ ເຊິ່ງໄດ້ມີການວາງສະແດງໃນງານຕະຫຼາດສິລະປະທ້ອງຖິ່ນນາໆຊາດ ຄັ້ງທີ 16 ຢູ່ທີ່ເມືອງຊັນຕາເຟ, ລັດນິວເມັກຊິໂກ ໃນອາທິດແລ້ວນີ້.ສອງຕົວແທນຈາກແຂວງຫົວພັນໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມໃນງານດັ່ງກ່າວ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 13-15 ກໍລະກົດນີ້.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/huaphan%E2%80%99s-handmade-textiles-make-their-mark-new-mexico-100656

ຮ້ານອອກພົບຕົກ: ວາງສະແດງເຄື່ອງຫັດຖະກຳຂອງລາວສູ່ຊາວໂລກ

ໃນປະເທດທີ່ຖືວ່າການຕ່ຳແຜ່ນແມ່ນເປັນວຽກໃນຄົວເຮືອນອັນໜຶ່ງທີ່ສ່ວນໃຫຍ່ແມ່ນເຮັດໂດຍແມ່ຍິງ, ຮ້ານອອກພົບຕົກ ກຳລັງພະຍາຍາມປ່ຽນແປງທັດສະນະດັ່ງກ່າວ.ຮ້ານອອກພົບຕົກ ເຊິ່ງມີຄວາມໝາຍໃນພາສາລາວວ່າ “ຊາວຕາເວັນອອກພົບກັບຊາວຕາເວັນຕົກ” ເຊື່ອວ່າສາມາດປະກອບສ່ວນໃນອຸດສາຫະກຳທ້ອງຖິ່ນລາຍຍ່ອຍຂອງລາວ ແລະ ສົ່ງເສີມເອກະລາດດ້ານເງິນໃນກຸ່ມແມ່ຍິງທົ່ວປະເທດ ຜ່ານການຄ້າຂາຍເຄື່ອງຫັດຖະກຳພື້ນເມືອງລາວແບບຍຸດຕິທຳ.ອ່ານຕໍ່ ...

Kim Jee-won
https://laotiantimes.com/2019/07/18/ock-pop-tok-showcasing-lao-handicrafts-to-the-world/

ໂຄງການແລກປ່ຽນວັດທະນະທຳຫັດຖະກຳ 2019 ສົ່ງເສີມເຕັກນິກການແກະສະຫຼັກໄມ້

ວຽງຈັນ (ວຽງຈັນທາມສ໌/ANN) – ຄູອາຈານ ແລະ ນັກສຶກສາຈາກສູນພັດທະນາທັກສະເວດສະພົງ ແລະ ຈິດຕະກອນຈາກສູນວິຈິດຕະກຳ ແລະ ຫັດຖະກຳສາກົນ ປະເທດໄທ ໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບເຕັກນິກການແກະສະຫຼັກໄມ້ໃນ “ໂຄງການແລກປ່ຽນວັດທະນະທຳຫັດຖະກຳ 2019”.ໃນກອງປະຊຸມວິຊາການໄລຍະສາມວັນ ເຊິ່ງເປັນການຮ່ວມມືລະຫວ່າງສະຖາບັນລາວ ແລະ ໄທ, ໄດ້ເປີດໂອກາດໃຫ້ນັກຮຽນ ແລະ ຄູອາຈານຈາກສອງສະຖາບັນ ໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນທາງດ້ານສິລະປະ ແລະ ການແກະສະຫຼັກໄມ້ ໃນບັ້ນປະຊຸມດັ່ງກ່າວ ທີ່ສູນພັດທະນາ ແລະ ທົດສອບທັກສະເວດສະພົງ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ສີສຸພັນ ອຳພອນພົງ

ລາວເພີ່ມລາຍຮັບຈາກການຂາຍເຟີນີເຈີໃຫ້ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ມູນຄ່າການສົ່ງອອກຜະລິດຕະພັນເຟີນີເຈີໄມ້ຂອງລາວໄປປະເທດຈີນໃນປີ 2018 ຄາດວ່າຈະເພີ່ມຂຶ້ນສອງເທົ່າ ເນື່ອງຈາກລັດຖະບານມີການສົ່ງເສີມດ້ານຜະລິດຕະພາບ ແລະ ການຂາຍ.ໃນປີ 2017,​ ລາວມີລາຍຮັບປະມານ 5 ລ້ານໂດລາຈາກການຂາຍຜະລິດຕະພັນເຟີນີເຈໄມ້ໄປປະເທດຈີນ ແລະ ເພີ່ມຂື້ນເປັນກວ່າ 9 ລ້ານໂດລາໃນ 10 ເດືອນຕົ້ນປີ 2018, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

sAkGB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!