ຖົງເຊືອກໃສ່ເຄື່ອງແຂວງອຸດົມໄຊ ເປັນທີ່ນິຍົມໃນກຸ່ມລູກຄ້າຍີ່ປຸ່ນ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຊາວບ້ານແຂວງອຸດົມໄຊ ປະສົບຄວາມສຳເລັດໃນການຂາຍຖົງເຊືອກໃສ່ເຄື່ອງຂະໜາດຕ່າງໆ ແລະ ຜະລິດຕະພັນຝ້າຍ, ທັງພາຍໃນ ແລະ ຢູ່ປະເທດຍີ່ປຸ່ນ.

ຖົງດັ່ງກ່າວແມ່ນຜະລິດມາຈາກເຄືອໄມ້ ທີ່ມີຊື່ວ່າເຄືອປຽດ ແລະ ເປັນທີ່ນິຍົມຫຼາຍໃນກຸ່ມລູກຄ້າຊາວຍີ່ປຸ່ນ  ຫຼັງຈາກທີ່ມີການປັບປ່ຽນການອອກແບບໃຫ້ມີຫຼາຍຮູບຫຼາຍຂະໜາດ.

ຖົງໃສ່ເຄື່ອງດັ້ງກ່າວໄດ້ມີການວາງສະແດງໃນງານວາງສະແດງຜະລິດຕະພັນຫັດຖະກຳລາວ ນະຄອນຫຼວງວຽງຈັນໃນອາທິດແລ້ວນີ້ ເຊິ່ງທ່ານ ວິໄລເພັດ ອຸນະພອນ ຕົວແທນກຸ່ມຊາວບ້ານກ່າວວ່າໄດ້ຂາຍດີ.

ອ່ານຕໍ່…

ສຸກສະໄໝ ບູລົມ