ທີ່ດິນ

ນະໂຍບາຍ ແລະ ການຄຸ້ມຄອງທີ່ດິນ

ການຍົກລະດັບຄວາມປອດໄພກ່ຽວກັບສິດຄອບຄອງນຳໃຊ້ທີ່ດິນຂະໜາດນ້ອຍສຳລັບຊາວກະສິກອນລາວ [ວີດີໂອ]

Global Land Tool Network Initiative ໄດ້ຈັດຕັ້ງໂຄງການເຂົ້າເຖິງທີ່ດິນ ແລະ ຊັບພະຍາກອນຢ່າງປອດໄພ ຫຼື “ຊາລາ” ພາຍໃຕ້ການສະໜັບສະໜູນຈາກ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາຂອງລັດຖະບານປະເທດເຢຍລະມັນ ດ້ວຍຈຸດປະສົງກໍເພື່ອຍົກລະດັບຄວາມຮັບຮູ້ ໃຫ້ຊາວກະສິກອນຂະໜາດນ້ອຍໃນຊົນນະບົດກ່ຽວກັບການປັບປຸງການອະນຸລັກທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໂດຍຜ່ານການລົງທະບຽນທີ່ດິນແບບລວມໝູ່, ການວາງແຜນ ແລະ ການສ້າງແຜນທີ່, ໂດຍເອົາໃຈໃສ່ກັບການນຳໃຊ້ແບບປະເພນີ. ໂຄງການດັ່ງກ່າວຢູ່ປະເທດລາວ ແມ່ນຖືກຈັດຕັ້ງປະຕິບັດໂດຍອົງການໝູ່ບ້ານຈຸດສຸມ (Village Focus International) ຮ່ວມກັບກົມທີ່ດິນຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມກັບຫ້ອງການທ້ອງຖິ່ນ ແລະ ຄູ່ຮ່ວມງານອື່ນໆ.ສາມາດກົດເບິ່ງວີດີໂອໄດ້ທີ່ນີ້ >>>>  ...

ເຄືອຂ່າຍ Global Land Tool Network

ແຂວງໄຊສົມບູນ, ຫຼວງພະບາງ ແລະ ວຽງຈັນ ຕົກລົງເຂດແດນເຊື່ອມຕໍ່

ພິທີລົງນາມການບັນທຶກການຕົກລົງເຂດແດນເຊື່ອມຕໍ່ລະຫວ່າງ ແຂວງໄຊສົມບູນ, ຫຼວງພະບາງ ແລະ ວຽງຈັນ ໄດ້ມີຂື້ນໃນວັນທີ 2 ກຸມພາ 2021 ທີ່ແຂວງໄຊສົມບູນ ທັງນີ້ກໍເພື່ອເຮັດໃຫ້ການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງດັ່ງກ່າວ ມີຄວາມຈັດເຈນເປັນເອກະພາບກັນ ແລະ ມີຄວາມສະດວກໃນການຄຸ້ມຄອງ ແລະ ນຳໃຊ້ດີຂື້ນກ່ວາເກົ່າ. ອ່ານຕໍ່​  ...

ລາວພັດທະນາ

ສະພາແຫ່ງຊາດ ຮັບຮອງເອົາບົດລາຍງານກ່ຽວກັບການສຳປະທານທີ່ດິນ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນອັງຄານນີ້ ສະພາແຫ່ງຊາດໄດ້ຮັບຮອງເອົາຜົນຂອງບົດລາຍງານ ກ່ຽວກັບການກວດກາການເຊົ່າ ແລະ ສຳປະທານທີ່ດິນ ສຳລັບນັກພັດທະນາ.ພາຍຫຼັງຮັບຟັງການນຳສະເໜີບົດລາຍງານ, ສະມາຊິກສະພາໄດ້ມີການແລກປ່ຽນຄຳເຫັນກ່ຽວກັບຫົວຂໍ້ດັ່ງກ່າວ ເຊິ່ງບາງທ່ານກໍໃຫ້ຄຳເຫັນວ່າ ຄວນມີການກຳນົດມາດຕະການທີ່ຈະແຈ້ງ ໃນການລົງໂທດຜູ້ທີ່ລະເມີດຕໍ່ສັນຍາຕາມລະບຽບກົດໝາຍ.ອ່ານຕໍ່ ...

ໂຕະຂ່າວ

ລັດເຕືອນຈະຖອນໂຄງການສຳປະທານທີ່ດິນທີ່ບໍ່ດຳເນີນການພັດທະນາ

ລັດຖະບານເຕືອນວ່າຈະເພີກຖອນໃບອະນຸຍາດສຳລັບນັກລົງທຶນທີ່ບໍ່ດຳເນີນການພັດທະນາ ຫຼື ບໍ່ມີຄວາມຄືບໜ້າໃດໆໃນໂຄງການສຳປະທານທີ່ດິນ.ບາດກ້າວດັ່ງກ່າວແມ່ນມາຈາກການກວດສອບໂຄງການສຳປະທານທີ່ດິນຂອງລັດຖະບານກວ່າ 1,000 ແຫ່ງ, ເຊິ່ງພົບວ່າມີ 138 ໂຄງການໃນພື້ນທີ່ 22,000 ເຮັກຕາບໍ່ໄດ້ມີການປະຕິບັດຕາມຂໍ້ສັນຍາທີ່ໄດ້ຕົກລົງກັບລັດຖະບານ.ອ່ານຕໍ່ ...

ສົມສັກ ພົງຂາວ

ສະພາແຫ່ງຊາດກັງວົນຕໍ່ການສູນເສຍທີ່ດິນຂອງລັດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກສະພາແຫ່ງຊາດສະໜັບສະໜູນການແກ້ໄຂກົດໝາຍວ້າດ້ວຍທີ່ດິນ ແຕ່ກໍສະແດງຄວາມກັງວົນຕໍ່ການສູນເສຍທີ່ດິນຂອງລັດ ແລະ ການຫັນປ່ຽນທີ່ດິນທຳການຜະລິດເປັນທີ່ດິນປະເພດອື່ນ.ໃນການຫາລືຢູ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ສະມາຊິກສະພາຈຳນວນໜຶ່ງ ໄດ້ຖົກຖຽງກ່ຽວກັບທີ່ດິນຫຼາຍຕອນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ໄດ້ຖືກໂອນໃຫ້ເປັນກຳມະສິດຂອງບຸກຄົນ. ບັນຫານີ້ອາດສົ່ງຜົນຕໍ່ການພັດທະນາໄລຍະຍາວ ເມື່ອລັດຖະບານຕ້ອງການນຳໃຊ້ທີ່ດິນໃນການຂະຫຍາຍພື້ນຖານໂຄງລ່າງ ແລະ ພື້ນທີ່ສາທະລະນະ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/vietnams-national-assembly-voices-concerns-over-loss-state-lands-98976

ນັກລົງທຶນທີ່ບໍ່ເຄື່ອນໄຫວໃນລາວຈະຖືກເພີກຖອນໃບອະນຸຍາດການສຳປະທານທີ່ດິນ

ລັດຖະບານໄດ້ມີການອະນຸມັດໃຫ້ອົງກອນພາກລັດສາມາດເພີກຖອນໃບອະນຸຍາດການສຳປະທານທີ່ດິນ ສຳລັບນັກລົງທຶນທີ່ບໍ່ທຳເຄື່ອນໄຫວໃດໆໃນທີ່ດິນສຳປະທານຂອງລັດຕາມຂໍ້ຕົກລົງ.ໃນກອງປະຊຸມສື່ມວນຊົນໃນຕອນທ້າຍກອງປະຊຸມປະຈຳເດືອນຂອງຄະນະລັດຖະບານໃນວັນພຸດຜ່ານມານີ້, ທ່ານ ປອ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ ໄດ້ກ່າວເປີດເຜີຍວ່າກອງປະຊຸມໄດ້ມີການອະນຸມັດມາດຕະການ ເພື່ອສົ່ງເສີມໃຫ້ນັກລົງທຶນເຄື່ອນໄຫວພັດທະນາທີ່ດິນທີ່ຕົນໄດ້ຮັບສຳປະທານຈາກລັດຖະບານ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເມືອງພຽງດຳເນີນການວາງແຜນການນຳໃຊ້ທີ່ດິນໃນ 700 ກວ່າຄົວເຮືອນ

(ຂປລ) ເຈົ້າໜ້າທີ່ແຂວງໄຊຍະບູລີ ແລະ ອົງການກອງທຶນອະນຸລັກທຳມະຊາດໂລກປະຈຳລາວ  (WWF-Laos) ຮ່ວມປະຊຸມທີ່ເມືອງພຽງທາງພາກເໜືອຂອງແຂວງໄຊຍະບູລີ ເພື່ອວາງແຜນກິດຈະກຳການນຳໃຊ້ທີ່ດິນພາຍໃນບ້ານນາແວນ ເຊິ່ງຈະດຳເນີນໄປຕະຫຼອດເດືອນພະຈິກປີນີ້.ອ່ານຕໍ່ ...

ຂປລ

ສະພາແຫ່ງຊາດອະນຸມັດແຜນແມ່ບົດການນຳໃຊ້ທີ່ດິນ

ສະພາແຫ່ງຊາດໄດ້ອະນຸມັດແຜນແມ່ບົດເພື່ອຈັດສັນທີ່ດິນທົ່ວປະເທດ, ​ເຊິ່ງກຳນົດປະເພດທີ່ດິນຕ່າງໆທີ່ຕ້ອງຈັດສັນແຕ່ນີ້ເຖິງປີ 2030. ແຜນແມ່ບົດ ທີ່ມີການຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 5 ​ຂອງນິຕິບັນຍັດສະພາແຫ່ງຊາດຊຸດທີ 8 ໄດ້ເນັ້ນຄວາມຈຳເປັນໃນການເພີ່ມທະວີເນື້ອທີ່ປ່າໄມ້ໃຫ້ໄດ້ 70 ເປີເຊັນຂອງພື້ນທີ່ທົ່ວປະເທດ, ສ່ວນອີກ 30 ເປີເຊັນແມ່ນຈັດສັນເພື່ອກິດຈະກຳການພັດທະນາ.ອ່ານຕໍ່ ...

ສົມສັກ ພົງຂາວ

ສະພາແຫ່ງຊາດຫາລືຮ່າງແຜນແມ່ບົດກ່ຽວກັບການນຳໃຊ້ທີ່ດິນ

ໃນມື້ວານນີ້ ສະມາຊິກສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານທຳການປັບປຸງການຄຸ້ມຄອງ ແລະ ຈັດສັນທີ່ດິນໃຫ້ເໝາະສົມກັບຈຸດປະສົງການນຳໃຊ້ຕ່າງໆ ເມື່ອນັກກົດໝາຍຫາລືແຜນແມ່ບົດແຫ່ງຊາດກ່ຽວກັບການຈັດສັນທີ່ດິນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TVE8p
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!