ການຍົກລະດັບຄວາມປອດໄພກ່ຽວກັບສິດຄອບຄອງນຳໃຊ້ທີ່ດິນຂະໜາດນ້ອຍສຳລັບຊາວກະສິກອນລາວ [ວີດີໂອ]

Global Land Tool Network Initiative ໄດ້ຈັດຕັ້ງໂຄງການເຂົ້າເຖິງທີ່ດິນ ແລະ ຊັບພະຍາກອນຢ່າງປອດໄພ ຫຼື “ຊາລາ” ພາຍໃຕ້ການສະໜັບສະໜູນຈາກ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາຂອງລັດຖະບານປະເທດເຢຍລະມັນ ດ້ວຍຈຸດປະສົງກໍເພື່ອຍົກລະດັບຄວາມຮັບຮູ້ ໃຫ້ຊາວກະສິກອນຂະໜາດນ້ອຍໃນຊົນນະບົດກ່ຽວກັບການປັບປຸງການອະນຸລັກທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໂດຍຜ່ານການລົງທະບຽນທີ່ດິນແບບລວມໝູ່, ການວາງແຜນ ແລະ ການສ້າງແຜນທີ່, ໂດຍເອົາໃຈໃສ່ກັບການນຳໃຊ້ແບບປະເພນີ. ໂຄງການດັ່ງກ່າວຢູ່ປະເທດລາວ ແມ່ນຖືກຈັດຕັ້ງປະຕິບັດໂດຍອົງການໝູ່ບ້ານຈຸດສຸມ (Village Focus International) ຮ່ວມກັບກົມທີ່ດິນຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມກັບຫ້ອງການທ້ອງຖິ່ນ ແລະ ຄູ່ຮ່ວມງານອື່ນໆ.

ສາມາດກົດເບິ່ງວີດີໂອໄດ້ທີ່ນີ້ >>>>

 

ເຄືອຂ່າຍ Global Land Tool Network