ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ຮ່ວມມືກັບ AOTS ແລະ TPA ໃນການພັດທະນາການຈ້າງງານແບບມືອາຊີບ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຕາງໜ້າຈາກຂະແໜງທຸລະກິດແຂວງອຸດົມໄຊ ເຂົ້າຮ່ວມໃນໂຄງການຝຶກອົບຮົມ ເພື່ອພັດທະນາຄຸນນະພາບທາງອາຊີບ ທີ່ຈຳເປັນສຳລັບການດຳເນີນກິດຈະການຂອງເຂົາເຈົ້າ.

ໂຄງການຝຶກອົບຮົມດັ່ງກ່າວ ເຊິ່ງຈະດຳເນີນແຕ່ວັນທີ 18 ເຖິງ 22 ພະຈິກນີ້, ແມ່ນຮ່ວມກັນຈັດໂດຍ ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໂດຍຮ່ວມມືກັບສະມາຄົມເພື່ອການຮ່ວມມືທາງດ້ານວິຊາການຕ່າງປະເທດ ແລະ ການມີສ່ວນຮ່ວມແບບຍືນຍົງ (AOTS) ປະເທດຍີ່ປຸ່ນ. ການຝຶກອົບຮົບດັ່ງກ່າວ ແມ່ນຈັດຕັ້ງປະຕິບັດໂດຍສະມາຄົມສົ່ງເສີມເທັກໂນໂລຢີ (ໄທ-ຍີ່ປຸ່ນ) (TPA).

ອ່ານຕໍ່…

ໂຕະຂ່າວ