ກະຊວງດຳເນີນການປາບປາມ ການເຂົ້າເມືອງແບບຜິດກົດໝາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນປີນີ້ ມີການສະກັດກັ້ນການເຂົ້າປະເທດລາວແບບຜິດກົດໝາຍປະມານ 3,000 ຄົນ ຈາກ 79 ປະເທດ ແລະ ອີກ 1,000 ກວ່າຄົນຖືກສັ່ງຫ້າມເຂົ້າປະເທດລາວໂດຍຖາວອນ, ຕາມທ່ານພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ຕໍ່ກອງປະຊຸມສະພາແຫ່ງຊາດ,​ ທ່ານໄດ້ໃຫ້ຂໍ້ມູນວ່າໃນປີນີ້ ມີ 3,342 ຄົນຖືກສະກັດກັ້ນບໍ່ໃຫ້ເຂົ້າປະເທດ ແລະ ອີກ 1,409 ຄົນ ຈາກ 17 ປະເທດ ຖືກສັ່ງຫ້າມບໍ່ໃຫ້ເຂົ້າປະເທດລາວເປັນການຖາວອນ.

ໃນປີຜ່ານມາ ​ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ໃນການຕິດຕາມ ແລະ ຂຶ້ນທະບຽນຊາວຕ່າງປະເທດຢ່າງໃກ້ຊິດ, ເພື່ອຄຸ້ມຄອງການເຂັ້າເມືອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.

ອ່ານຕໍ່…

 

ພົມພົງ ເຫຼົາອິນ