ເຮືອນ 13 ຫຼັງໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຂະໜາດ 6.4 ຢູ່ແຂວງໄຊຍະບູລີ

ເຮືອນຈຳນວນ 13 ຫຼັງຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບຄວາມເສຍຫາຍຈາກເຫດແຜ່ນດິນໄຫວຂະໜາດ 6.4 ແລະ 5.9 ຕາມຫົວໜ່ວຍຣິກເຕີ ໃນເມືອງດັ່ງກ່າວ ໃນຕອນເຊົ້າຂອງວັນພະຫັດນີ້. 

ມີສອງຄົນໄດ້ຮັບບາດເຈັບເລັກນ້ອຍ ຈາກເຫດດັ່ງກ່າວ.

ທ່ານ ແຫຼ້ ອ່ອນສົມບູນ ຫົວໜ້າຫ້ອງການປົກຄອງເມືອງຫົງສາ ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌, ຈາກການປະເມີນເບື້ອງຕົ້ນເຜີຍວ່າ ມີເຮືອນຈຳນວນ 13 ຫຼັງ ແລະ ວັດສີ່ແຫ່ງ ໄດ້ຮັບຄວາມເສຍຫາຍ ຢູ່ບ້ານສີມຸງຄຸນ, ສີບຸນເຮືອງ, ແທ່ນຄຳ, ນາແຄນຄຳ ແລະ ເມືອງຫານ.

ອ່ານຕໍ່…

ພົມພົງ ເຫຼົາອິນ