ເຮືອນປະຊາຊົນ 71 ຫຼັງ ພັງເສຍຫາຍຈາກເຫດແຜ່ນດິນໄຫວຢູ່ໄຊຍະບູລີ

ວຽງຈັນ (ວຽງຈັນທາມສ໌/ANN) – ຈາກການປະເມີນຄວາມເສຍຫາຍຫຼ້າສຸດ ຈາກເຫດແຜ່ນດິນໄຫວ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ມີເຮືອນພັງເສຍຫາຍທັງໝົດ 71 ຫຼັງ, ມີຜູ້ໄດ້ຮັບບາດເຈັບເຈັດຄົນ.

ຕາມການລາຍງານຂອງຫ້ອງການເມືອງຫົງສາ, ເຫດແຜ່ນດິນໄຫວຂະໜາດ 6.4 ແລະ 5.9 ຕາມຫົວໜ່ວຍວັດແທກ ຣິກເຕີ ແມ່ນເກີດຂຶ້ນຢູ່ເມືອງດັ່ງກ່າວ ໃນຕອນເຊົ້າຂອງວັນທີ 21 ພະຈິກນີ້.

ຕາມບົດລາຍງານ ເຜີຍວ່າມີ 71 ຫຼັງຄາເຮືອນ ໃນ 14 ບ້ານໄດ້ຮັບຄວາມເສຍຫາຍ, ນອກນັ້ນຍັງມີຫ້ອງການສີ່ແຫ່ງ, ສຸກສາລາສີ່ແຫ່ງ, ໂຮງຮຽນສີ່ແຫ່ງ ແລະ ວັດອີກຫ້າແຫ່ງ ທີ່ໄດ້ຮັບຜົນກະທົບ.

ມີ 95 ຄອບຄົວໄດ້ຮັບຜົນກະທົບຍ້ອນຊັບສິນພັງເສຍຫາຍ ຫຼື ສູນເສຍເຄື່ອງຂອງ, ເຊິ່ງອຳນາດການປົກຄອງທ້ອງຖິ່ນ ກຳລັງປະເມີນມູນຄ່າຄວາມເສຍຫາຍທັງໝົດ.

ອ່ານຕໍ່…

ພົມພົງ ເຫຼົາອິນ