ເຂື່ອນໄຟຟ້ານ້ຳພາໃຫຍ່ ເລີ່ມການຜະລິດກະແສໄຟຟ້າຢ່າງເປັນທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ເຂື່ອນໄຟຟ້ານ້ຳພາໃຫຍ່ ແຂວງໄຊສົມບູນ ໄດ້ເລີ່ມການຜະລິດກະແສໄຟຟ້າຢ່າງເປັນທາງການ ພາຍຫຼັງທີ່ສຳເລັດການກໍ່ສ້າງ ໃນເດືອນກັນຍາທີ່ຜ່ານມາ.

ພິທີເປີດເຂື່ອນດັ່ງກ່າວ ໄດ້ຈັດຂຶ້ນໃນອາທິດແລ້ວນີ້ ທີ່ບ້ານພານ້ອຍ ເມືອງລ່ອງແຈ້ງ ແຂວງໄຊສົມບູນ, ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ຈັນສີ ໂພສີຄຳ ສະມາຊິກຫ້ອງການກົມການເມືອງ ແລະ ຫົວໜ້າຈັດຕັ້ງ ແລະ ບຸກຄະລາກອນ ຄະນະກຳມະການສູນກາງພັກ, ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານພົນເອກ ຄຳລຽງ ອຸທະໄກສອນ ເຈົ້າແຂວງແຂວງໄຊສົມບູນ, ແລະ ທ່ານ ໄຊຍະສິງ ຊະນະແກ້ວ ປະທານບໍລິສັດກຸ່ມ D.S.K.

ອ່ານຕໍ່…

ໂຕະຂ່າວ