ກົດໝາຍໃໝ່ ກ່ຽວກັບຮູບເງົາ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກຳຮູບເງົາໃນລາວ: ລັດຖະມົນຕີກະຊວງວັດທະນະທຳ

ວຽງຈັນ (ວຽງຈັນທາມສ໌/ANN) – ອຸດສາຫະກຳຮູບເງົາຂອງລາວ ຈະໄດ້ຮັບການສົ່ງເສີມໃນຊຸມປີຕໍ່ໜ້າ ພາຍຫຼັງການນຳສະເໜີກົດໝາຍວ່າດ້ວຍຮູບເງົາ, ຕາມທ່ານ ສ.ປອ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ໃນວັນພຸດນີ້ ທ່ານ ສ.ປອ ກິແກ້ວ ທີ່ຫາກໍ່ຂຶ້ນຮັບຕຳແໜ່ງໃນກະຊວງໃນຕົ້ນເດືອນນີ້, ໄດ້ສະແດງຄວາມໝັ້ນໃຈກ່ຽວກັບຜົນປະໂຫຍດ ທີ່ຈະໄດ້ຈາກກົດໝາຍສະບັບດັ່ງກ່າວ ໃນການນຳສະເໜີກົດໝາຍວ່າດ້ວຍຮູບເງົາ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ເພື່ອພິຈາລະນາຮັບຮອງ.

ອ່ານຕໍ່…

ເອກະພອນ ພູທອນສີ