ມະຫາຊົນຮຽກຮ້ອງໃຫ້ຂຶ້ນເງິນເດືອນ ທ່າມກາງອັດຕາເງິນເຟີ້ທີ່ສູງຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ມະຫາຊົນຮຽກຮ້ອງໃຫ້ສະພາແຫ່ງຊາດ ຊຸກຍູ້ໃຫ້ລັດຖະບານເພີ່ມເງິນເດືອນໃຫ້ແກ່ພະນັກງານ ເພື່ອຮອງຮັບຕໍ່ຄ່າຄອງຊີບທີ່ເພີ່ມສູງຂຶ້ນ, ຕາມເຈົ້າໜ້າທີ່ການນຳສະພາແຫ່ງຊາດ.

ໃນຕອນທ້າຍຂອງກອງປະຊຸມສະພາໃນວັນສຸກແລ້ວນີ້, ທ່ານນາງ ສວນສະຫວັນ ວິຍະເກດ ຫົວໜ້າເລຂາທິການສະພາແຫ່ງຊາດ ໄດ້ກ່າວວ່າ ສະພາໄດ້ເປີດສາຍດ່ວນ ເພື່ອຮັບຟັງຄຳຄິດເຫັນຈາກມະຫາຊົນ ກ່ຽວກັບບັນຫາທີ່ສະພາແຫ່ງຊາດຄວນເອົາໃຈໃສ່.

ຕະຫຼອດໄລຍະຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ແຕ່ວັນທີ 7 ພະຈິກ ເຖິງ 6 ທັນວານີ້, ສະພາແຫ່ງຊາດໄດ້ຮັບສາຍໂທລະສັບທັງໝົດ 731 ສາຍ ຜ່ານໝາຍເລກສາຍດ່ວນ 113 ຈາກມະຫາຊົນທົ່ວປະເທດ.

ອ່ານຕໍ່…

 

ເອກະພອນ ພູທອນສີ