ລາວມີແຜນເພີ່ມການຈັດຫາແຮງງານສຳລັບປະເທດກູເຫວດ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມເຜີຍໃຫ້ຮູ້ແຜນດັ່ງກ່າວ ເນື່ອງໃນໂອກາດການເຂົ້າຢ້ຽມຢາມຂອງທ່ານນາງ ຊູໄບ ບາຣັກ ອາລຊູໂບ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ລັດຖະມົນຕີກະຊວງເສດຖະກິດກູເຫວດ. 

ໃນການຢ້ຽມຢາມທາງການດັ່ງກ່າວ, ການຫາລືຕົ້ນຕໍແມ່ນເພື່ອທົບທວນວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ ເສີມຂະຫຍາຍພາລະກິດການຮ່ວມມືໃນອະນາຄົດລະຫວ່າງສອງຝ່າຍ ໂດຍສະເພາະໃນຂະແໜງແຮງງານ.

ໃນຂໍ້ຕົກລົງການຮ່ວມມືດ້ານແຮງງານ ທີ່ໄດ້ລົງນາມໃນປີ 2009 ກ່ຽວກັບການເສີມຂະຫຍາຍການຮ່ວມມືໃນການຈ້າງແຮງງານ, ມີຈຸດປະສົງ​ແນໃສ່ສົ່ງແຮງງານລາວໄປເຮັດວຽກທີ່ປະເທດກູເຫວດ. ເຊິ່ງໃນຂໍ້ຕົກລົງດັ່ງກ່າວ ປະເທດກູເຫວດມີໂກຕາການຮັບແຮງງານຈາກລາວຈຳນວນ 1,000 ອັດຕາໃນທຸກໆຂະແໜງການຂອງປະເທດ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ