ແຮງງານ 63,000 ຄົນວ່າງງານໃນລາວ ໃນຊ່ວງພະຍາດລະບາດໂຄວິດ-19

ປະເທດລາວມີການຄາດຄະເນວ່າ ຈະມີແຮງງານຈຳນວນ 63,000 ຄົນວ່າງງານ ຊຶ່ງລວມທັງຄົນພາຍໃນປະເທດ ແລະ ແຮງງານອົບພະຍົບ ທີ່ໄດ້ເດີນທາງກັບເຂົ້າມາລາວໃນຊ່ວງການລະບາດຂອງພະຍາດໂຄວິດ-19. 

ອີງຕາມການລາຍງານຈາກ ສຳນັກຂ່າວສານປະເທດລາວ, ອັດຕາວ່າງງານໃນປະເທດລາວຄາດວ່າຈະເພິ່ມຂື້ນ 20 ສ່ວນຮ້ອຍ (%), ຫົວໜ້າກົມສົ່ງເສີມວຽກເຮັດງານທຳ, ກົມທັກສະການສຶກສາ, ທ່ານ ບຸນສວນ ໄຊຍະສິດ ກ່າວວ່າ ໂຄວິດ-19 ຍັງໄດ້ສ້າງຜົນກະທົບຢ່າງໜັກຕໍ່ແຮງງານໃນລາວ.

ອ່ານເພິ່ມເຕີມທີ່…. 

ໄພບູນ ຈັນທະນາບົວສີ