ການສ້າງຂັ້ນຕອນມາດຕະຖານເພື່ອຮັບປະກັນວ່າບໍ່ມີການເຂົ້າ “ຜິດປະຕູ” ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງທີ່ກຳລັງຊອກຫາການຊ່ວຍເຫຼືອ.

ໃນປະຫວັດສາດ, ການຕອບສະຫນອງຕໍ່ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ເປັນວິທີການທີ່ບໍ່ເຂັ້ມແຂງປານໃດ, ມາດຕະການສະເພາະ ແລະ ຄວາມເຂົ້າໃຈທີ່ຈໍາກັດຂອງພະນັກງານ ຍ້ອນຂາດແຜນການແນະນໍາແຫ່ງຊາດທີ່ຊັດເຈນ. ການສ້າງຕັ້ງ SOPs ແມ່ນສໍາຄັນຕໍ່ກັບການເສີມສ້າງລະບົບ ແລະ ສ້າງກອບທີ່ຊັດເຈນສໍາລັບຂະແຫນງການທີ່ຈະເຮັດວຽກຕາມແນວຕັ້ງ, ເຊັ່ນດຽວກັນກັບການປະສານງານຕາມແນວນອນ. ໝາຍຄວາມວ່າ ຈະບໍ່ມີການເຂົ້າ “ຜິດປະຕູ” ສໍາລັບຜູ້ລອດຊີວິດທີ່ຈະຍ່າງຜ່ານ ຖ້າວ່າພວກເຂົາກໍາລັງຊອກຫາການຊ່ວຍເຫຼືອ – ບໍ່ວ່າຈະເປັນໂຮງຫມໍ, ເມືອງຂອງສະຫະພັນແມ່ຍິງ ຫຼື ສະຖານີຕໍາຫຼວດທີ່ໃກ້ທີ່ສຸດ.

ອ່ານເພິ່ມເຕີມ…

ສຳນັກຂ່າວສານປະເທດລາວ