News
ການສ້າງຂັ້ນຕອນມາດຕະຖານເພື່ອຮັບປະກັນວ່າບໍ່ມີການເຂົ້າ "ຜິດປະຕູ" ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງທີ່ກຳລັງຊອກຫາການຊ່ວຍເຫຼືອ.
ໃນປະຫວັດສາດ, ການຕອບສະຫນອງຕໍ່ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ເປັນວິທີການທີ່ບໍ່ເຂັ້ມແຂງປານໃດ, ມາດຕະການສະເພາະ ແລະ ຄວາມເຂົ້າໃຈທີ່ຈໍາກັດຂອງພະນັກງານ ຍ້ອນຂາດແຜນການແນະນໍາແຫ່ງຊາດທີ່ຊັດເຈນ. ການສ້າງຕັ້ງ SOPs ແມ່ນສໍາຄັນຕໍ່ກັບການເສີມສ້າງລະບົບ ແລະ ສ້າງກອບທີ່ຊັດເຈນສໍາລັບຂະແຫນງການທີ່ຈະເຮັດວຽກຕາມແນວຕັ້ງ, ເຊັ່ນດຽວກັນກັບການປະສານງານຕາມແນວນອນ. ໝາຍຄວາມວ່າ ຈະບໍ່ມີການເຂົ້າ “ຜິດປະຕູ” ສໍາລັບຜູ້ລອດຊີວິດທີ່ຈະຍ່າງຜ່ານ ຖ້າວ່າພວກເຂົາກໍາລັງຊອກຫາການຊ່ວຍເຫຼືອ – ບໍ່ວ່າຈະເປັນໂຮງຫມໍ, ເມືອງຂອງສະຫະພັນແມ່ຍິງ ຫຼື ສະຖານີຕໍາຫຼວດທີ່ໃກ້ທີ່ສຸດ.ອ່ານເພິ່ມເຕີມ ...
ສຳນັກຂ່າວສານປະເທດລາວ
ລັດສັນຍາເດີນໜ້າໂຄງການລົບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ
ພະນັກງານການນຳໄດ້ກ່າວໃນກອງປະຊຸມປຶກສາຫາລືລະດັບໂລກໃນອາທິດແລ້ວນີ້ວ່າ ປະເທດລາວຈະສືບຕໍ່ຮ່ວມມືກັບຄູ່ຮ່ວມພັດທະນາໃນການຊອກຫາວິທີການລົບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ. ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຢືນຢັນໃນກອງປະຊຸມຜູ້ນຳໂລກວ່າດ້ວຍການເກືອດຫ້າມການໃຊ້ຄວາມຮຸນແຮງທາງຮ່າງກາຍສາກົນ ເຊິ່ງຈັດຂຶ້ນທີ່ປະເທດມາລຕາ ໃນວັນທີ 31 ພຶດສະພາ – 1 ມີຖຸນາທີ່ຜ່ານມາວ່າເດັກນ້ອຍລາວທຸກຄົນຈະຕ້ອງມີຄວາມປອດໄພຈາກຄວາມຮຸນແຮງ, ການທາລຸນນະກຳ ແລະ ການລ່ວງລະເມີດຕ່າງໆ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ