[ເປີດຮັບສະໝັກ] : ວິສາຫະກິດລວມເພື່ອສ້າງຄວາມເຂັ້ມແຂງຕໍ່ຊຸມຊົນ

ລາຍລະອຽດ: ແມ່ນຫຼັກສູດ e-learning ແບບທາງໄກ (ໂດຍບໍ່ເສຍຄ່າໃຊ້ຈ່າຍ) ກ່ຽວກັບການພັດທະນາວິສາຫະກິດຊຸມຊົນທີ່ມີສ່ວນຮ່ວມຫຼາຍຂຶ້ນເພື່ອຄວາມດີຂອງປະຊາຊົນ ແລະ ປ່າໄມ້.ຫຼັກສູດດັ່ງກ່າວ ແມ່ນຈະຮຽນກ່ຽວກັບການເຊື່ອມຕໍ່ລະຫວ່າງການລວມເຂົ້າກັບວິສາຫະກິດຊຸມຊົນ (CBEs) ທີ່ພັດທະນາພາຍໃນຊຸມຊົນປ່າໄມ້. ຈະໄດ້ຮຽນຮູ້ເຖິງວິທີ ແລະ ເຫດຜົນທີ່ຖືກຍົກເວັ້ນຂອງແມ່ຍິງ ແລະກຸ່ມຄົນດ້ອຍໂອກາດຢູ່ໃນ CBEs ແລະ ແນະນຳວິທີທາງປະຕິບັດເພື່ອສົ່ງເສີມຄວາມສາມັກຄີຕ່າງໆ.   ກຸ່ມເປົ້າໝາຍ: ຜູ້ທີ່ເຮັດວຽກກັບລັດ, ຜູ້ທີ່ບໍ່ແມ່ນລັດຖະບານ ຫຼື ພາກເອກະຊົນ ຫຼື ຜູ້ທີ່ຕ້ອງການຮຽນຮູ້ກ່ຽວກັບການເຊື່ອມຕໍ່ລະຫວ່າງການລວມເຂົ້າກັບວິສາຫະກິດຊຸມຊົນທີ່ພັດທະນາໃນປ່າຊຸມຊົນເພື່ອສ້າງທຸລະກິດ ແລະ ອົງການຈັດຕັ້ງທີ່ປະສົມປະສານ; ຜູ້ວາງນະໂຍບາຍສົ່ງເສີມວິສາຫະກິດໃນຊຸມຊົນ, ແລະ ນັກສຶກສາ ແລະນັກການສຶກສາທີ່ເຮັດວຽກໃນການຄຸ້ມຄອງປ່າໄມ້ ແລະຊັບພະຍາກອນທໍາມະຊາດ. ປິດຮັບສະໝັກ: 25 October 2022.(ການຮ່ຳຮຽນຈະເລິ່ມຂື້ນວັນທີ 13 ຕຸລາ – 20 ທັນວາ 2022). ໝາຍເຫດ: ຈະມີໃບຮັບຮອງໃຫ້ພາຍຫຼັງຈົບຫຼັກສູດ.  ເບິ່ງຂໍ້ມູນເພິ່ມເຕີມໄດ້>>> ທີ່ນີ້. ...

ເປີດຮັບສະໝັກກອງທຶນ

ລາຍລະອຽດ: ອົງການ The Critical Ecosystem Partnership Fund (CEPF) ແລະ the International Union for Conservation of Nature(IUCN) ເປີດຮັບສະໝັກກອງທຶນ ຈາກຫຼາຍໜ່ວຍງານເຊັ່ນ: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ກຸ່ມຊຸມຊົນ, ອົງການຈັດຕັ້ງຊົນເຜົ່າ, ກຸ່ມແມ່ຍິງ, ບໍລິສັດເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມອື່ນໆ ສຳລັບໂຄງການທີ່ແນໃສ່ການອະນຸລັກຊີວະນາໆພັນໃນເຂດອິນດູ-ມຽນມາ ທີ່ຄົບເງື່ອນໄຂທີ່ໄດ້ກຳນົດ.  ໝົດເຂດຮັບສະໝັກ: 11:59 ແລງ (ໂມງອິນໂດຈີນ) ວັນທີ 26 ກັນຍາ 2022.ຂະໜາດກອງທຶນ: ຂະໜາດນ້ອຍ (US$40,000) ແລະ ຂະໜາດໃຫຍ່ (US$40,000 – US$200,000). ເງື່ຶອນໄຂປະເທດ: ກຳປູເຈຍ, ຈີນ, ລາວ, ມຽນມາ, ...

ເວທີສົນທະນາ: ແມ່ຍິງຈາກວົງການອົງການຈັດຕັ້ງທາງສັງຄົມ

ຂໍເຊີນຊວນບັນດາທ່ານ ເຂົ້າຮ່ວມຮັບຟັງການແບ່ງປັນປະສົບການ  ຈາກແມ່ຍິງທີ່ເປັນແຮງບັນດານໃຈຜູ້ທີ່ເຮັດວຽກໃນຂະແໜງການສັງຄົມ ແລະ ການພັດທະນາ ໃນ ສປປ ລາວ. ພວກເຂົາຈະເລົ່າເຖິງປະສົບການໃນການເລືອກສາຍອາຊີບຂອງຕົນ ອຸປະສັກທີ່ພວກເຂົາໄດ້ປະເຊີນຜ່ານມາ ແລະ ສິ່ງສໍາຄັນອີກຢ່າງໜື່ງກໍຄື ວິທີການທີ່ລົ້ມເຫລວ “ເພາະນັ້ນໝາຍເຖິງການຮຽນຮູ້ວິທີການເພື່ອປະສົບຜົນສໍາເລັດທີ່ດີກວ່າ.”ການສົນທະນາຄັ້ງນີ້ ມີແຂກຮັບເຊີນຫຼາຍທ່ານທີ່ເປັນຜູ້ຊ່ຽວຊານດ້ານບົດບາດຍິງຊາຍ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ເພາະສະນັ້ນຂໍເຊີນທ່ານເຂົ້າຮ່ວມງານຂອງພວກເຮົາ ພ້ອມກຽມຄໍາຖາມເພື່ອຖາມແຂກຮັບເຊີນ ແລະ ຫຼັງຈາກນັ້ນຖືໂອກາດນີ້ສ້າງເຄືອຂ່າຍກັບບັນດາຜູ້ເຂົ້າຮ່ວມໃນງານ.  ວັນທີ: 7 ພຶດສະພາ 2022 ເວລາ: 4:30 – 6:00 ຕອນແລງ ສະຖານທີ: ສະຖາບັນຝຣັ່ງ, ນະຄອນຫຼວງວຽງຈັນ ທ່ານສາມາດຮ່ວມຮັບຟັງການສົນທະນາໄດ້ຜ່ານ ການ Live ສົດ ຢູ່ Facebook  ແລະ ຜ່ານເພຈວິທະຍຸ Lao Youth Radio   ...

[ເຊີນຮ່ວມສົນທະນາອອນລາຍ] ຫົວຂໍ້: ແມ່ຍິງ ແລະ ສິດທິກ່ຽວກັບທີ່ດິນຊຸມຊົນ: ການລົງທິນເພື່ອສ້າງຊຸມຊົນຕົວແບບ

ງານສົນທະນາດັ່ງກ່າວ ຈະນຳພາທ່ານໄປຮູ້ຈັກກັບຮູບແບບຂອງໂຄງການໃນການລົງທືນໃນກຸ່ມຜູ້ທີ່ມີສິດທິ ກ່ຽວກັບທີ່ດິນ ທັງເພດຍິງ ແລະ ຊາຍ ຊຶ່ງເປັນການປ່ຽນຮູບແບບວິຖິສັງຄົມກ່ຽວກັບເພດ ແລະ ຊຸມຊົນຢ່າງ. ໂດຍຜ່ານໂຄງການ WOLTS ແມ່ນເຮັດໃຫ້ມີການປ່ຽນແປງ ກ່ຽວກັບການຄອບຄອງທີ່ດິນ, ປັບປຸງໂຄງສ້າງດ້ານພະລັງງານໃນທ້ອງຖິ່ນ ເພື່ອປົກປ້ອງສິດທິຂອງແມ່ຍິງ ແລະກຸ່ມທີ່ມີຄວາມສ່ຽງອື່ນໆ ເຮັດໃຫ້ສິດທິກ່ຽວກັບທີ່ດິນຂອງແມ່ຍິງ ແລະ ສິດທິທີ່ດິນຂອງຊຸມຊົນໄດ້ຮັບການປັບປຸງ.>>> ຄົ້ນຫາຂໍ້ມູນເພິ່ມເຕີມ ໄດ້ທີ່ນີ້    ...

ລາວໄດ້ອັນດັບທີ 162 ໃນລະບົບທະບຽນຂໍ້ມູນເປີດ 2018 

ລາວໄດ້ອັນດັບທີ 162 ໃນລະບົບທະບຽນຂໍ້ມູນເປີດ 2018 ດ້ວຍຄະແນນລວມ 22%. ຄະແນນລວມດັ່ງກ່າວແມ່ນມາຈາກຄະແນນຕົວຊີ້ວັດດ້ານການຄອບຄຸມຂອງຂໍ້ມູນຂ່າວສານ 25% ແລະ ຄະແນນຕົວຊີ້ວັດດ້ານການເປີດເຜີຍຂໍ້ມູນ 20%.ອ່ານຕໍ່ ...

Open Data Watch

ບຸນມະໂຫລານປຶ້ມອ່ານ ນະຄອນຫຼວງວຽງຈັນ 2019 ຄັ້ງຍິ່ງໃຫຍ່

ພາຍໃນງານທ່ານຈະໄດ້ພົບກັບປຶ້ມອ່ານນັບ 1,000,000 ຫົວ ຈາກທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຈາກບັນດາປະເທດໃນອາຊຽນ ລວມກວ່າ 200 ບູດ ແລະ ກິດຈະກຳສົ່ງເສີມການອ່ານ ທີ່ມວນຫຼາຍໄດ້ລ້ານ ແລະ ກິດຈະກຳອື່ນໆອີກຫຼາກຫຼາຍ.ງານຈະຈັດຂຶ້ນໃນວັນທີ 7-17/03/2019 ນີ້, ທີ່ສູນການຄ້າສາກົນ ເວີເທຣດ ເຊັນຕີ (WTC) ຖະໜົນຄູວຽງ, ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

Vientiane Book Festival

ທີມແພດຊ່ຽວຊານຜ່າຕັດຈະມາທຳການຜ່າຕັດຟຣີສຳລັບຄົນລາວ

(ຂປລ) ທີມແພດຊ່ຽວຊານຜ່າຕັດ ຈາກສະຖາບັນ Interplast ອົສະຕຣາລີ ແລະ ນິວຊີແລນ ຈະເດີນທາງມາໂຮງໝໍມະໂຫສົດ ວຽງຈັນ ແຕ່ວັນທີ 17-22 ກຸມພາ ແລະ ໂຮງໝໍເພື່ອນລາວ ຫຼວງພະບາງແຕ່ວັນອາທິດທີ 24 ກຸມພາ-1 ມີນາ 2019 ເພື່ອທຳການຜ່າຕັດໄສຍະກຳຟື້ນຟູແບບບໍ່ເສຍຄ່າໃຊ້ຈ່າຍ ແລະ ຝຶກອົບຮົມກ່ຽວກບການປົວແປງ ແລະ ປິ່ນປົວບາດແຜຮອຍໃໝ້ຕ່າງໆ.ອ່ານຕໍ່ ...

ຂປລ

ແພດລາວ ແລະ ຈີນໃຫ້ບໍລິການຜ່າຕັດຕໍ້ກະຈົກແບບບໍ່ເສຍຄ່າ

ຈັກຂຸແພດຈະໃຫ້ບໍລິການຜ່າຕັດຕໍ້ກະຈົກແບບບໍ່ເສຍຄ່າທີ່ວຽງຈັນແຕ່ວັນທີ 20-25 ສິງຫານີ້ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກໃຫ້ກັບມາເບິ່ງເຫັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຊີນຮ່ວມງານບຸນວັນແມ່ຍິງມົ້ງທົ່ວໂລກ

ນີ້ແມ່ນງານສະຫຼອງວັນແມ່ຍິງມົ້ງ ຜ່ານເວທີປະຊຸມອອນໄລ ເຊິ່ງທ່ານຈະໄດ້ຮຽນຮູ້ວິທີການທີ່ເອື້ອຍນ້ອງມົ້ງນຳໃຊ້ຜ່ານຜ່າອຸປະສັກ ແລະຄວາມທຸກຍາກຈາກປະສົບການຕົວຈິງອ່ານຕໍ່ ...

ແມ່ຍິງມົ້ງຜະເຊີນໂລກ

ງານແຂ່ງຂັນກິລາເຈັດສະກີ ລາວ ນາໆຊາດ 2018
Lao Jet Ski Competition

ງານແຂ່ງຂັນກິລາເຈັດສະກີ ລະດັບນາໆຊາດ ຈະຈັດຂື້ນເປັນຄັ້ງທຳອິດໃນ ສປປລາວ ໃນວັນທີ 1 ຫາ 3 ເດືອນ ມິຖຸນາ ປິ 2018 ທີ່ ແດນສະຫວັນ ນໍ້າງື່ມ ຣີສອດ. ໃນງານທ່ານ ຈະໄດ້ພົບກັບ ທີມນັກກິລາ ເຈັດສະກີລະດັບໂລກເຂົ້າຮ່ວມການແຂ່ງຂັນ ໃນລະດັບນາໆຊາດ ແລະ ລະດັບປະເທດ.ອ່ານຕໍ່ ...

LaoVision

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

AyhxD
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!