ປ່າໄມ້ ແລະ ວຽກງານດ້ານປ່າໄມ້
ນະໂຍບາຍ ແລະ ການຄຸ້ມຄອງປ່າໄມ້
[ເປີດຮັບສະໝັກ] : ວິສາຫະກິດລວມເພື່ອສ້າງຄວາມເຂັ້ມແຂງຕໍ່ຊຸມຊົນ

ລາຍລະອຽດ: ແມ່ນຫຼັກສູດ e-learning ແບບທາງໄກ (ໂດຍບໍ່ເສຍຄ່າໃຊ້ຈ່າຍ) ກ່ຽວກັບການພັດທະນາວິສາຫະກິດຊຸມຊົນທີ່ມີສ່ວນຮ່ວມຫຼາຍຂຶ້ນເພື່ອຄວາມດີຂອງປະຊາຊົນ ແລະ ປ່າໄມ້.ຫຼັກສູດດັ່ງກ່າວ ແມ່ນຈະຮຽນກ່ຽວກັບການເຊື່ອມຕໍ່ລະຫວ່າງການລວມເຂົ້າກັບວິສາຫະກິດຊຸມຊົນ (CBEs) ທີ່ພັດທະນາພາຍໃນຊຸມຊົນປ່າໄມ້. ຈະໄດ້ຮຽນຮູ້ເຖິງວິທີ ແລະ ເຫດຜົນທີ່ຖືກຍົກເວັ້ນຂອງແມ່ຍິງ ແລະກຸ່ມຄົນດ້ອຍໂອກາດຢູ່ໃນ CBEs ແລະ ແນະນຳວິທີທາງປະຕິບັດເພື່ອສົ່ງເສີມຄວາມສາມັກຄີຕ່າງໆ. ກຸ່ມເປົ້າໝາຍ: ຜູ້ທີ່ເຮັດວຽກກັບລັດ, ຜູ້ທີ່ບໍ່ແມ່ນລັດຖະບານ ຫຼື ພາກເອກະຊົນ ຫຼື ຜູ້ທີ່ຕ້ອງການຮຽນຮູ້ກ່ຽວກັບການເຊື່ອມຕໍ່ລະຫວ່າງການລວມເຂົ້າກັບວິສາຫະກິດຊຸມຊົນທີ່ພັດທະນາໃນປ່າຊຸມຊົນເພື່ອສ້າງທຸລະກິດ ແລະ ອົງການຈັດຕັ້ງທີ່ປະສົມປະສານ; ຜູ້ວາງນະໂຍບາຍສົ່ງເສີມວິສາຫະກິດໃນຊຸມຊົນ, ແລະ ນັກສຶກສາ ແລະນັກການສຶກສາທີ່ເຮັດວຽກໃນການຄຸ້ມຄອງປ່າໄມ້ ແລະຊັບພະຍາກອນທໍາມະຊາດ. ປິດຮັບສະໝັກ: 25 October 2022.(ການຮ່ຳຮຽນຈະເລິ່ມຂື້ນວັນທີ 13 ຕຸລາ – 20 ທັນວາ 2022). ໝາຍເຫດ: ຈະມີໃບຮັບຮອງໃຫ້ພາຍຫຼັງຈົບຫຼັກສູດ. ເບິ່ງຂໍ້ມູນເພິ່ມເຕີມໄດ້>>> ທີ່ນີ້. ...
[ເຊີນລົງທະບຽນເຂົ້າຮ່ວມ] ກອງປະຊຸມກ່ຽວກັບທີ່ດິນປະຈຳພາກພື້ນ ຄັ້ງທີ 3 (ວັນທີ 26-27 ພຶດສະພາ 2021)

ກອງປະຊຸມກ່ຽວກັບທີ່ດິນປະຈຳພາກພື້ນ ຄັ້ງທີ 3 ນີ້ຈະເຕົ້າໂຮມບັນດານັກວິຊາການຢູ່ພາຍໃນ ແລະ ພາກພື້ນ ເພື່ອເຂົ້າຮ່ວມການໂຕ້ວາທີກ່ຽວກັບບັນຫາຄວາມໝັ້ນຄົງກ່ຽວກັບສິດຄອບຄອງນຳໃຊ້ ແລະ ຄຸ້ມຄອງຊັບພະຍາກອນຊຸມຊົນ. ແຕ່ລະວາລະຈະມີຂື້ນໃນຮູບແບບອອນລາຍ ແບບຕົວຕໍ່ຕົວ ຢູ່ແຕ່ລະບັນດາປະເທດແມ່ນ້ຳຂອງ, ໂດຍຈະນຳໃຊ້ພາສາອັງກິດ ແລະ ຈະມີການແປເປັນພາສາທ້ອງຖິ່ນ. ຜູ້ເຂົ້າຮ່ວມທຸກຄົນຈະມີໂອກາດໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ (ເປັນພາສາຕົນເອງ) ເຖິງວ່າກອງປະຊຸມຈະນຳໃຊ້ພາສາອັງກິດເປັນສື່ກາງກໍຕາມ. ວັນພຸດ-ພະຫັດ, ທີ 26-27 ພຶດສະພາ 2021 ລົງທະບຽນອອນລາຍ ແລະ ຊອກຫາຂໍ້ມູນເພິ່ມເຕີມ >>> ໄດ້ທີ່ນີ້ດາວໂຫຼດແອັບພີເຄຊັນ ທີ່ນີ້ ເພື່ອເຂົ້າຫາກິດຈະກຳ, ເອກະສານລາຍລະອຽດຕ່າງໆ ກ່ຽວກັບບັນດາຜູ້ເຂົ້າຮ່ວມອື່ນໆ. ...
ນາຍົກອອກຄຳສັ່ງ ຫ້າມລ່າ, ຄ້າ-ຂາຍສັດປ່າຫວງຫ້າມ
ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອອກຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການລ່າ, ຄ້າ-ຂາຍສັດປ່າ. ຜູ້ລະເມີດໃຫ້ຈັບກຸມ ໜ່ວຍງານໃດປ່ອຍປະປົດຈະຖືກປົດຕຳແໜ່ງ ແລະ ດຳເນີນຄະດີ.ອ່ານຕໍ່ ...
ເດິລາວທຽນທາມສ໌