Announcements
[ປະຊຸມທາງໄກ] ຫົວຂໍ້: “ການພັດທະນາກ່ຽວກັບການຖືຄອງທີ່ດິນຕາມປະເພນີສຳລັບຊາວນາຂະໜາດນ້ອຍຢູ່ສປປ ລາວ”

ອົງການບ້ານຈຸດສຸມ ຫຼື Village Focus International (VFI) ໂດຍການຊ່ວຍເຫຼືອຮ່ວມມືກັບ GLTN/UN-Habitat ຈະຈັດກອງປະຊຸມປຶກສາຫາລື(ທາງໄກ) ຫົວຂໍ້: “ການພັດທະນາກ່ຽວກັບການຖືຄອງທີ່ດິນຕາມປະເພນີສຳລັບຊາວນາຂະໜາດນ້ອຍຢູ່ ສປປ ລາວ” ເພື່ອນຳສະເໜີ ບັນດາປະສົບການ ແລະ ໝາກຜົນທີ່ໄດ້ຈາກກອງທຶນ –ການຈັດຕັ້ງປະຕິບັດໂຄງການ Secure Access to Land and Resources (SALaR) ຢູ່ລາວ.ວັນທີ: 18 ພະຈິກ 2021, ເວລາ 2:00 pm – 3:30 pmJoin Zoom Meeting at:https://us02web.zoom.us/j/88228243757?pwd=cjRJN1ZiaGUxYU15NE82M1QrSXpHQT09Meeting ID: 882 2824 3757Passcode: 941346 ...
[ເຊີນລົງທະບຽນເຂົ້າຮ່ວມ] ກອງປະຊຸມກ່ຽວກັບທີ່ດິນປະຈຳພາກພື້ນ ຄັ້ງທີ 3 (ວັນທີ 26-27 ພຶດສະພາ 2021)

ກອງປະຊຸມກ່ຽວກັບທີ່ດິນປະຈຳພາກພື້ນ ຄັ້ງທີ 3 ນີ້ຈະເຕົ້າໂຮມບັນດານັກວິຊາການຢູ່ພາຍໃນ ແລະ ພາກພື້ນ ເພື່ອເຂົ້າຮ່ວມການໂຕ້ວາທີກ່ຽວກັບບັນຫາຄວາມໝັ້ນຄົງກ່ຽວກັບສິດຄອບຄອງນຳໃຊ້ ແລະ ຄຸ້ມຄອງຊັບພະຍາກອນຊຸມຊົນ. ແຕ່ລະວາລະຈະມີຂື້ນໃນຮູບແບບອອນລາຍ ແບບຕົວຕໍ່ຕົວ ຢູ່ແຕ່ລະບັນດາປະເທດແມ່ນ້ຳຂອງ, ໂດຍຈະນຳໃຊ້ພາສາອັງກິດ ແລະ ຈະມີການແປເປັນພາສາທ້ອງຖິ່ນ. ຜູ້ເຂົ້າຮ່ວມທຸກຄົນຈະມີໂອກາດໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ (ເປັນພາສາຕົນເອງ) ເຖິງວ່າກອງປະຊຸມຈະນຳໃຊ້ພາສາອັງກິດເປັນສື່ກາງກໍຕາມ. ວັນພຸດ-ພະຫັດ, ທີ 26-27 ພຶດສະພາ 2021 ລົງທະບຽນອອນລາຍ ແລະ ຊອກຫາຂໍ້ມູນເພິ່ມເຕີມ >>> ໄດ້ທີ່ນີ້ດາວໂຫຼດແອັບພີເຄຊັນ ທີ່ນີ້ ເພື່ອເຂົ້າຫາກິດຈະກຳ, ເອກະສານລາຍລະອຽດຕ່າງໆ ກ່ຽວກັບບັນດາຜູ້ເຂົ້າຮ່ວມອື່ນໆ. ...
[ປະກາດຮັບສະໝັກ] ຊຸດສຳມະນາກ່ຽວກັບການພົວພັນ ແລະ ການຄຸ້ມຄອງທີ່ດິນໃນພາກພື້ນແມ່ນ້ຳຂອງ

ສູນຄົ້ນຄວ້າວິທະຍາສາດສັງຄົມ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ກອງປະຊຸມຄົ້ນຄວ້າກ່ຽວກັບທີ່ດິນແມ່ນໍ້າ ໄດ້ເປີດຊຸດສຳມະນາລະດູຮ້ອນ ປະຈຳປີ ກ່ຽວກັບການພົວພັນ ແລະ ການປົກຄອງທີ່ດິນ, ເຊິ່ງມີຜູ້ເຂົ້າຮ່ວມຈາກທັງໝົດ 6 ປະເທດແມ່ນໍ້າຂອງ. ຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມມີແນວທາງຄົ້ນຄ້ວາ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບການພົວພັນທາງດ້ານທີ່ດິນ ແລະ ການຄຸ້ມຄອງທີ່ດິນໃນເຂດແມ່ນໍ້າຂອງ, ລວມທັງການແລກປ່ຽນປະສົບການ ແລະ ທັດສະນະຂອງຜູ້ເຂົ້າຮ່ວມຈາກປະເທດຕ່າງໆ ແລະ ຂະແໜງການຕ່າງໆໃນທົ່ວພາກພື້ນ. ຊຶ່ງສຳມະນາຄັ້ງນີ້ ຈະດຳເນີນໄປໃນຮູບອອນລາຍ ເປັນເວລາສອງອາທິດ ນັບແຕ່ ວັນທີ 7-18 ມິຖຸນາ.ກຳນົດປິດຮັບສະໝັກ ວັນທີ 21 ເມສາ 2021.ຍັງມີໂອກາດຫຼາຍສຳລັບ ຜູ້ສະໝັກຄົນລາວ. ຊຶ່ງສາມາດປະກອບແບບຟອມໄດ້ທີ່ນີ້ https://form.jotform.com/210878789397076ສຶກສາຂໍ້ມູນກ່ຽວກັບໂຄງການນີ້ຕາມເອກະສານຄັດຕິດດັ່ງຕໍ່ໄປນີ້ >>>> Summer School on Land June 2021-Describeທ່ານສາມາດເຂົ້າເບິ່ງລາຍລະອຽດເພິ່ມເຕີມໄດ້ທີ່ນີ້ ...
