[ປະກາດຮັບສະໝັກ] ຊຸດສຳມະນາກ່ຽວກັບການພົວພັນ ແລະ ການຄຸ້ມຄອງທີ່ດິນໃນພາກພື້ນແມ່ນ້ຳຂອງ

ສູນຄົ້ນຄວ້າວິທະຍາສາດສັງຄົມ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ກອງປະຊຸມຄົ້ນຄວ້າກ່ຽວກັບທີ່ດິນແມ່ນໍ້າ ໄດ້ເປີດຊຸດສຳມະນາລະດູຮ້ອນ ປະຈຳປີ ກ່ຽວກັບການພົວພັນ ແລະ ການປົກຄອງທີ່ດິນ, ເຊິ່ງມີຜູ້ເຂົ້າຮ່ວມຈາກທັງໝົດ 6 ປະເທດແມ່ນໍ້າຂອງ. 
ຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມມີແນວທາງຄົ້ນຄ້ວາ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບການພົວພັນທາງດ້ານທີ່ດິນ ແລະ ການຄຸ້ມຄອງທີ່ດິນໃນເຂດແມ່ນໍ້າຂອງ, ລວມທັງການແລກປ່ຽນປະສົບການ ແລະ ທັດສະນະຂອງຜູ້ເຂົ້າຮ່ວມຈາກປະເທດຕ່າງໆ ແລະ ຂະແໜງການຕ່າງໆໃນທົ່ວພາກພື້ນ. ຊຶ່ງສຳມະນາຄັ້ງນີ້ ຈະດຳເນີນໄປໃນຮູບອອນລາຍ ເປັນເວລາສອງອາທິດ ນັບແຕ່ ວັນທີ 7-18 ມິຖຸນາ.

ກຳນົດປິດຮັບສະໝັກ ວັນທີ 21 ເມສາ 2021.

ຍັງມີໂອກາດຫຼາຍສຳລັບ ຜູ້ສະໝັກຄົນລາວ. ຊຶ່ງສາມາດປະກອບແບບຟອມໄດ້ທີ່ນີ້ https://form.jotform.com/210878789397076


ສຶກສາຂໍ້ມູນກ່ຽວກັບໂຄງການນີ້ຕາມເອກະສານຄັດຕິດດັ່ງຕໍ່ໄປນີ້ >>>> Summer School on Land June 2021-Describe


ທ່ານສາມາດເຂົ້າເບິ່ງລາຍລະອຽດເພິ່ມເຕີມໄດ້ທີ່ນີ້