ລົດ​ໄຟ​ໂດຍສານ​ຂ້າມ​ຊາດ​ຄັ້ງ​ປະຫວັດສາດ​ ເດີນທາງ ​ລະຫວ່າງ​ ນະຄອນຫຼວງ​ວຽງ​ຈັນ ​ແລະ ​ຄຸນ​ໝິງ

ລົດໄຟສາຍທຳອິດ (ຊື່ວ່າລ້ານຊ້າງ) ເດີນທາງໂດຍກົງຈາກ ນະຄອນຫຼວງວຽງຈັນ ຫາ ເມືອງຄຸນໝິງ ຂອງ ສປ ຈີນ ໃນເສັ້ນທາງລົດໄຟ ລາວ-ຈີນ ອອກຈາກນະຄອນຫຼວງ ໃນຕອນເຊົ້າຂອງວັນພະຫັດມື້ນີ້. ການເປີດບໍລິການຜ່ານດ່ານຊາຍແດນໂດຍກົງໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແລະ ດ່ານຊາຍແດນບໍ່ເຕັນ ແຂວງຫຼວງນໍ້າທາ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍາເກດ, ບັນດາຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ບັນດາທ່ານຮອງລັດຖະມົນຕີ ແລະ ແຂກຖືກເຊີນເຂົ້າຮ່ວມ.

ອ່ານເພິ່ມເຕີມ…

ນັກຂ່າວທາມສ