News
ຫຼາຍປະເທດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຫຼາຍຂື້ນ ໃນການຂົນສົ່ງສິນຄ້າ
ບັນດາຜູ້ປະກອບການຈາກປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ປັດຈຸບັນໄດ້ນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ທັງນຳເຂົ້າ ແລະ ສົ່ງອອກສິນຄ້າຈາກຈີນ ແລະ ປະເທດອື່ນໆ. ປະເທດໄທໃນປັດຈຸບັນໄດ້ສົ່ງອອກເຂົ້າສານໃນຄັ້ງທຳອິດເປັນຈຳນວນ 1000 ໂຕນໄປຍັງເມືອງຊົງຊິງ, ປະເທດຈີນໂດຍຜ່ານເສັ້ນທາງລົດໄຟດັ່ງກ່າວ. ການຂົນສົ່ງສິນຄ້າທາງທະເລ ຈາກປະເທດອາຊຽນໄປຍັງບັນດາປະເທດເອີຣົບຈະໃຊ້ເວລາສັ້ນລົງ ຈາກປົກະຕິ 45 ວັນ ເປັນ 10 ວັນ/ຖ້ຽວ. ອ່ານເພິ່ມເຕີມ.. ...
ສົມສັກ ປ້ອງຂາວ
ລົດໄຟຈະມາເຖິງໃນເດືອນໜ້າ ເພື່ອກຽມທົດລອງແລ່ນລົດໄຟລາວ-ຈີນ
ໂຄງການທາງລົດໄຟລາວ-ຈີນຈະນໍາເອົາລົດໄຟຟ້າ ຫຼື (EMU) ແລະ ອຸປະກອນອື່ນ ເພື່ອດໍາເນີນການທົດລອງແລ່ນລົດໄຟຄັ້ງທໍາອິດໃນເດືອນຕຸລາ. ເຈົ້າໜ້າທີ່ຮັບຜິດຊອບໂຄງການກ່າວວ່າຄະນະກໍາມະການຄຸ້ມຄອງໂຄງການກໍາລັງຮ່າງບົດບັນທຶກຄວາມເຂົ້າໃຈກ່ຽວກັບການເປີດດ່ານກວດກາທາງລົດໄຟຊົ່ວຄາວເພື່ອໃຫ້ຫົວລົດໄຟ ແລະອຸປະກອນອື່ນ ສາມາດນໍາເຂົ້າມາລາວໄດ້ໃນເດືອນກັນຍານີ້ເພື່ອກຽມທົດລອງແລ່ນ.ອ່ານຕໍ່ທີ່ນີ້ ...
ປ້ອມພົງ ລາວອິນ
ການທົດລອງເສັ້ນທາງລົດໄຟລາວ-ຈີນ ຄັ້ງທຳອິດຄາດວ່າຈະມີຂື້ນໃນເດືອນສິງຫາ
ເສັ້ນທາງລົດໄຟລາວ-ຈີນ ແຫ່ງທຳອິດກຳລັງຢູ່ໃນການກໍ່ສ້າງດ້ວຍຄວາມຍາວ 422.4 ກິໂລແມັດ ແລະ ຄາດວ່າຈະມີການທົດລອງໃນເດືອນສິງຫາ ກ່ອນການເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວານີ້ ຕາມການລາຍງານຂອງໂຄງການ. ເສັ້ນທາງຈະເຊື່ອມຕໍ່ລະຫວ່າງວຽງຈັນ ຫາ ຊາຍແດນຈີນ ໂດຍຜ່ານແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ ຜ່ານ 75 ອຸມົງດ້ວຍຄວາມຍາວ 197.83 ກິໂລແມັດ, ລວມມູນຄ່າການກໍ່ສ້າງຈຳນວນ 5.986 ຕືື້ (37.4ຕື້ຢວນ) ຊຶ່ງໄດ້ລິເລິ່ມການກໍສ້າງໃນເດືອນທັນວາ ປີ 2016. ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ
