ຫຼາຍປະເທດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຫຼາຍຂື້ນ ໃນການຂົນສົ່ງສິນຄ້າ

ບັນດາຜູ້ປະກອບການຈາກປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ປັດຈຸບັນໄດ້ນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ທັງນຳເຂົ້າ ແລະ ສົ່ງອອກສິນຄ້າຈາກຈີນ ແລະ ປະເທດອື່ນໆ. ປະເທດໄທໃນປັດຈຸບັນໄດ້ສົ່ງອອກເຂົ້າສານໃນຄັ້ງທຳອິດເປັນຈຳນວນ 1000 ໂຕນໄປຍັງເມືອງຊົງຊິງ, ປະເທດຈີນໂດຍຜ່ານເສັ້ນທາງລົດໄຟດັ່ງກ່າວ. ການຂົນສົ່ງສິນຄ້າທາງທະເລ ຈາກປະເທດອາຊຽນໄປຍັງບັນດາປະເທດເອີຣົບຈະໃຊ້ເວລາສັ້ນລົງ ຈາກປົກະຕິ 45 ວັນ ເປັນ 10 ວັນ/ຖ້ຽວ. 

ອ່ານເພິ່ມເຕີມ.. 

ສົມສັກ ປ້ອງຂາວ