News
ການຊໍາລະພາສີຕໍ່ການຂົນສົ່ງສິນຄ້າຢູ່ດ່ານຊາຍແດນບໍແຕນເພີ່ມຂຶ້ນຢ່າງສູງ
ລາຍຮັບຈາກການເກັບພາສີ-ອາກອນຢູ່ດ່ານພາສີສາກົນບໍ່ເຕັນ ຊາຍແດນລາວ-ຈີນ ໃນປີ 2022 ບັນລຸ 661,5 ຕື້ກວ່າກີບ, ລື່ນກາຍຕົວເລກຄາດໝາຍ 28,33%. ຫົວໜ້າດ່ານພາສີສາກົນບໍ່ເຕັນ, ທ່ານ ວິລະກອນ ເກດຕະວົງ, ຫວ່າງມໍ່ໆມານີ້ ໃຫ້ຮູ້ວ່າ: ລາຍຮັບເຂົ້າ-ອອກ ແລະ ສົ່ງອອກສິນຄ້າຂ້າມຊາຍແດນລາວ-ຈີນ ເພີ່ມຂຶ້ນຫຼາຍສົມຄວນ. ທ່ານ ວິລະກອນ ກ່າວວ່າ: ປະເພດສິນຄ້າຕົ້ນຕໍທີ່ນໍາເຂົ້າໃນປີກາຍນີ້ລວມມີອາຍແກັສ, ນ້ຳມັນເຄື່ອງ, ພາຫະນະ ແລະ ອາໄຫຼ່, ອຸປະກອນກໍ່ສ້າງ ແລະ ເຄື່ອງໄຟຟ້າ ແລະ ອື່ນໆທີ່ຈຳເປັນເພື່ອເພີ່ມທະວີປະລິມານສິນຄ້າສົ່ງອອກໄປຍັງປະເທດທີສາມ.ອ່ານເພິ່ມເຕີມ ...
ສົມສັກ ພົງຂາວ
ໄທສົ່ງໝາກໄມ້ໄປປະເທດຈີນໂດຍນຳໃຊ້ເສັ້ນທາງລົດໄຟ
ເສັ້ນທາງລົດໄຟລາວ-ຈີນ ໄດ້ຖືກນຳໃຊ້ເປັນຄັ້ງທຳອິດ ເພື່ອຂົນສົ່ງໝາກໄມ້ໄທໄປຈີນ, ອີງຕາມການລາຍງານຂອງໜັງສືພິມ The Nation ຂອງໄທ ໃນວັນຈັນວານນີ້. ຕູ້ຄອນເທນເນີ 2 ລຳ ທີ່ບັນທຸກໝາກພ້າວ 40 ໂຕນ ແລະ ຕູ້ບັນຈຸໝາກພ້າວ 20 ໂຕນ ຈາກແຂວງ ລະຍອງ ຊຶ່ງໄດ້ເດີນທາງມາຮອດ ສະຖານີ ທ່ານາແລ້ງໃນລາວ ແລະ ເຂົ້າສູ່ປະເທດຈີນ ດ້ວຍລົດໄຟໃນວັນອາທິດ.ອ່ານເພິ່ມເຕີມ ...
ສົມສັກ ພົງຂາວ
ລາວຄາດວ່າຈະເປັນຜູ້ຄຸ້ມຄອງທ່າກຳປັ່ນວັງແອງໃນເດືອນກໍລະກົດ

ຄາດວ່າລາວຈະຮັບຮອງເອົາການຄຸ້ມຄອງທ່າກຳປັ່ນວັງແອງທີ່ແຂວງຮ່າຕິ້ງພາກກາງຂອງຫວຽດນາມໃນເດືອນກໍລະກົດປີນີ້, ຕາມນັກລົງທຶນລາວທີ່ກ່ຽວຂ້ອງໃນໂຄງການກ່າວວ່າ. ລັດຖະບານຫວຽດນາມ ໄດ້ຕົກລົງຈະເພີ່ມສ່ວນແບ່ງຂອງລາວໃນໂຄງການຈາກ 20% ຂຶ້ນເປັນ 60% ຕາມການຮຽກຮ້ອງຂອງລາວ, ເຮັດໃຫ້ລາວເປັນຜູ້ຖືຫຸ້ນໃຫຍ່. ລັດຖະບານລາວ ໄດ້ຮ່ວມມືກັບ ບໍລິສັດ ນ້ຳມັນເຊື້ອໄຟ ເທຣດດິ້ງ ລາວ ມະຫາຊົນ (PetroTrade) ເຊິ່ງເປັນບໍລິສັດຍ່ອຍຂອງບໍລິສັດ PTL Holding Company Limited ເພື່ອຮ່ວມມືກັບລັດຖະບານຫວຽດນາມ ເພື່ອພັດທະນາໂຄງການ Lao Logistics Link (LLL) ເຊິ່ງລວມມີທ່າເຮືອ.ອ່ານເພິ່ມເຕີມ ...
ສຸກສາຄອນ ແວ່ນແກ້ວ
ລາວ ແລະ ໄທ ສ້າງຂົວຂ້າງແມ່ນ້ຳຂອງແຫ່ງໃໝ່ສຳລັບທາງລົດ ແລະ ລົດໄຟ
ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຂອງໄທ ທ່ານ ສັກສາຍາມ ຊິດຊອບ, ກ່າວວ່າ ຂົວດັ່ງກ່າວຄາດວ່າຈະມີມູນຄ່າປະມານ 4 ຕື້ບາດ (1,2 ຕື້ USD), ແລະ ອາດຈະແມ່ນຈາກທຶນຈາກທັງສອງປະເທດ. ທ່ານກ່າວຕື່ມວ່າ: ການສຶກສາອອກແບບຂົວດັ່ງກ່າວຄາດວ່າຈະມີມູນຄ່າປະມານ 140 ລ້ານບາດ (4.25 ລ້ານໂດລາສະຫະລັດ) ຈາກງົບປະມານສູນກາງ ແລະຈະຄຸ້ມຄອງໂດຍກົມທາງຫຼວງຂອງໄທ. ໂຄງການທາງລົດໄຟໄລຍະທຳອິດຂອງໄທ-ຈີນທີ່ແລ່ນຈາກບາງກອກຫານະຄອນຣາຊະສີມາແມ່ນຢູ່ໃນການພັດທະນາແລະມີກຳນົດຈະເປີດໃຫ້ໃຊ້ໃນປີ 2026.ສືບຕໍ່ອ່ານ ...
ລັດສະໝີ ພອນວິໄລ
ຫຼາຍປະເທດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຫຼາຍຂື້ນ ໃນການຂົນສົ່ງສິນຄ້າ
ບັນດາຜູ້ປະກອບການຈາກປະເທດໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ປັດຈຸບັນໄດ້ນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ທັງນຳເຂົ້າ ແລະ ສົ່ງອອກສິນຄ້າຈາກຈີນ ແລະ ປະເທດອື່ນໆ. ປະເທດໄທໃນປັດຈຸບັນໄດ້ສົ່ງອອກເຂົ້າສານໃນຄັ້ງທຳອິດເປັນຈຳນວນ 1000 ໂຕນໄປຍັງເມືອງຊົງຊິງ, ປະເທດຈີນໂດຍຜ່ານເສັ້ນທາງລົດໄຟດັ່ງກ່າວ. ການຂົນສົ່ງສິນຄ້າທາງທະເລ ຈາກປະເທດອາຊຽນໄປຍັງບັນດາປະເທດເອີຣົບຈະໃຊ້ເວລາສັ້ນລົງ ຈາກປົກະຕິ 45 ວັນ ເປັນ 10 ວັນ/ຖ້ຽວ. ອ່ານເພິ່ມເຕີມ.. ...
ສົມສັກ ປ້ອງຂາວ
ທາງລົດໄຟຈະເລິ່ມຂົນສົ່ງຜູ້ໂດຍສານ ແລະ ໃຫ້ການບໍລິການສິນຄ້າ ໃນວັນທີ 3 ທັນວານີ້
ພິທີເປີດເສັ້ນທາງລົດໄຟ ລາວ-ຈີນ ຈະເລີ່ມໃຫ້ບໍລິການ ຂົນສົ່ງທັງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າໃນວັນທີ 3 ທັນວານີ້. ປັດຈະບັນການທົດສອບທັງໝົດຂອງທາງລົດໄຟໄດ້ສຳເລັດແລ້ວ ແລະ ລົດໄຟພ້ອມແລ້ວທີ່ຈະໃຫ້ບໍລິການໃນວັນສຸກທີ່ຈະມາຮອດນີ້ ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ໌
ການທົດລອງເສັ້ນທາງລົດໄຟລາວ-ຈີນ ຄັ້ງທຳອິດຄາດວ່າຈະມີຂື້ນໃນເດືອນສິງຫາ
ເສັ້ນທາງລົດໄຟລາວ-ຈີນ ແຫ່ງທຳອິດກຳລັງຢູ່ໃນການກໍ່ສ້າງດ້ວຍຄວາມຍາວ 422.4 ກິໂລແມັດ ແລະ ຄາດວ່າຈະມີການທົດລອງໃນເດືອນສິງຫາ ກ່ອນການເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວານີ້ ຕາມການລາຍງານຂອງໂຄງການ. ເສັ້ນທາງຈະເຊື່ອມຕໍ່ລະຫວ່າງວຽງຈັນ ຫາ ຊາຍແດນຈີນ ໂດຍຜ່ານແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ ຜ່ານ 75 ອຸມົງດ້ວຍຄວາມຍາວ 197.83 ກິໂລແມັດ, ລວມມູນຄ່າການກໍ່ສ້າງຈຳນວນ 5.986 ຕືື້ (37.4ຕື້ຢວນ) ຊຶ່ງໄດ້ລິເລິ່ມການກໍສ້າງໃນເດືອນທັນວາ ປີ 2016. ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ
ເສັ້ນທາງລົດໄຟລາວ-ຈີນ ສຳເລັດແລ້ວເຄິ່ງທາງ
ລາຍງານຈາກແຂວງຫຼວງພະບາງ: ເຄິ່ງໜ່ຶງຂອງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດແລ້ວ 240 ກິໂລແມັດ, ລະຫວ່າງ ແຂວງວຽງຈັນ ແລະ ນະຄອນຫຼວງພະບາງ ຊຶ່ງເປັນຂີດໝາຍໃນການກໍ່ສ້າງເສັ້ນທາງລົດໄຟ. ອ່ານຕໍ່ . ...
ພົມພົງ ລາວອິນ
ເສັ້ນທາງລົດໄຟ ຈີນ-ລາວ ບັນລຸຕາມຄາດໝາຍກຳນົດເວລາ
ໃນວັນສຸກທີ່ຜ່ານມາ ບໍລິສັດຮັບເໝົາກໍ່ສ້າງໄດ້ເລີ່ມວາງໂຄງຂໍໝູນເຫຼັກເປັນຄັ້ງທຳອິດເທິງຂົວທາງລົດໄຟຢຸນຈຽງ ເຊິ່ງແມ່ນເສົາຂົວທີ່ສູງທີ່ສຸດໃນໂລກ ແລະ ມີໄລຍະລະຫວ່າງສອງເສົາຍາວທີ່ສຸດໃນພາກສ່ວນສາຍທາງຢູ່ຈີນຂອງເສັ້ນທາງລົດໄຟຈີນ-ລາວ ໄລຍະ 925.5 ກິໂລແມັດ ເຊິ່ງແມ່ນໜຶ່ງໃນການລິເລີ່ມໂຄງການເສັ້ນທາງສາຍໃໝ.ອ່ານຕໍ່ ...
ໂມ ຮົງອີ
