ລາວຄາດວ່າຈະເປັນຜູ້ຄຸ້ມຄອງທ່າກຳປັ່ນວັງແອງໃນເດືອນກໍລະກົດ

ຄາດວ່າລາວຈະຮັບຮອງເອົາການຄຸ້ມຄອງທ່າກຳປັ່ນວັງແອງທີ່ແຂວງຮ່າຕິ້ງພາກກາງຂອງຫວຽດນາມໃນເດືອນກໍລະກົດປີນີ້, ຕາມນັກລົງທຶນລາວທີ່ກ່ຽວຂ້ອງໃນໂຄງການກ່າວວ່າ. ລັດຖະບານຫວຽດນາມ ໄດ້ຕົກລົງຈະເພີ່ມສ່ວນແບ່ງຂອງລາວໃນໂຄງການຈາກ 20% ຂຶ້ນເປັນ 60% ຕາມການຮຽກຮ້ອງຂອງລາວ, ເຮັດໃຫ້ລາວເປັນຜູ້ຖືຫຸ້ນໃຫຍ່. ລັດຖະບານລາວ ໄດ້ຮ່ວມມືກັບ ບໍລິສັດ ນ້ຳມັນເຊື້ອໄຟ ເທຣດດິ້ງ ລາວ ມະຫາຊົນ (PetroTrade) ເຊິ່ງເປັນບໍລິສັດຍ່ອຍຂອງບໍລິສັດ PTL Holding Company Limited ເພື່ອຮ່ວມມືກັບລັດຖະບານຫວຽດນາມ ເພື່ອພັດທະນາໂຄງການ Lao Logistics Link (LLL) ເຊິ່ງລວມມີທ່າເຮືອ.
ສຸກສາຄອນ ແວ່ນແກ້ວ