News
ລົດໄຟໂດຍສານຂ້າມຊາດຄັ້ງປະຫວັດສາດ ເດີນທາງ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ຄຸນໝິງ
ລົດໄຟສາຍທຳອິດ (ຊື່ວ່າລ້ານຊ້າງ) ເດີນທາງໂດຍກົງຈາກ ນະຄອນຫຼວງວຽງຈັນ ຫາ ເມືອງຄຸນໝິງ ຂອງ ສປ ຈີນ ໃນເສັ້ນທາງລົດໄຟ ລາວ-ຈີນ ອອກຈາກນະຄອນຫຼວງ ໃນຕອນເຊົ້າຂອງວັນພະຫັດມື້ນີ້. ການເປີດບໍລິການຜ່ານດ່ານຊາຍແດນໂດຍກົງໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແລະ ດ່ານຊາຍແດນບໍ່ເຕັນ ແຂວງຫຼວງນໍ້າທາ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍາເກດ, ບັນດາຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ບັນດາທ່ານຮອງລັດຖະມົນຕີ ແລະ ແຂກຖືກເຊີນເຂົ້າຮ່ວມ.ອ່ານເພິ່ມເຕີມ ...
ນັກຂ່າວທາມສ
ລາວ, ຄຸນໝິງ ຮ່ວມສົ່ງເສີມການທ່ອງທ່ຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນ ຈະສືບຕໍ່ການຮ່ວມກັນສົ່ງເສີມການທ່ອງທ່ຽວ, ເພື່ອແນໃສ່ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ແລະ ການພົວພັນການຄ້າ.ຫ້ອງການວັດທະນະທຳ ແລະ ທ່ອງທ່ຽວແຂວງຄຸນໝິງ ແລະ ບໍລິສັດທ່ອງທ່ຽວລາວແຮັບປີ້ສາກົນ ຈຳກັດ ໄດ້ຈັດກິດຈະກຳ ໃນອາທິດແລ້ວນີ ທີ່ນະຄອນວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວໃນຄຸນໝິງ.ກິດຈະກຳດັ່ງກ່າວແມ່ນພາຍໃຕ້ການເຂົ້າຮ່ວມຂອງຄະນະຜູ້ແທນຈາກອົງການພັນທະມິດການທ່ອງທ່ຽວຕົວເມືອງມິດຕະພາບສາກົນ ກໍຄືຄະນະນັກທ່ອງທ່ຽວຈີນຈາກຄຸນໝິງ.ອ່ານຕໍ່ ...
ໂຕະຂ່າວ